logo

ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ທີ່ຫຼາຍ​ຮູບຫຼາຍ​ແບບຢູ່ Photo Hanoi' 25

2025/11/3 | 10:19:10
(VOVWORLD) - ງານວາງສະແດງພາບຖ່າຍ “ມຽນເຈິບ” ແມ່ນງານວາງສະແດງເປັນກຸ່ມ ໂດຍ A Space ສະເໜີ ແລະ ພາຍໃຕ້ການຄຸ້ມຄອງຂອງນັກຖ່າຍຮູບ ດັ້ງຖຸຍແອັງ ແລະ ນັກຖ່າຍຮູບ ເວິນໂດ້. 
ພິທີໄຂງານວາງສະແດງ “ການສຳເນົາ ແລະ ຫຼັງການສຳເນົາ”  (ພາບ: ຄະນະຈັດຕັ້ງ)

ງານວາງສະແດງພາບຖ່າຍສອງງານ “ມຽນເຈິບ” ແລະ “ການສຳເນົາ ແລະ ຫຼັງການສຳເນົາ” ໄດ້ໄຂຂຶ້ນໃນວັນທີ 2 ພະຈິກ, ຢູ່ສູນສິລະປະຍຸກປັດຈຸບັນ Vincom ຢູ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນບັນດາງານວາງສະແດງໃນຂອບເຂດເຫດການ Photo Hanoi’ 25 – Biennale ພາບຖ່າຍສາກົນລະດູທີ 3.

ງານວາງສະແດງພາບຖ່າຍ “ມຽນເຈິບ” ແມ່ນງານວາງສະແດງເປັນກຸ່ມ ໂດຍ A Space ສະເໜີ ແລະ ພາຍໃຕ້ການຄຸ້ມຄອງຂອງນັກຖ່າຍຮູບ ດັ້ງຖຸຍແອັງ ແລະ ນັກຖ່າຍຮູບ ເວິນໂດ້. ງານວາງສະແດງໄດ້ແນະນຳວິວັດການຊອກຮູ້ກ່ຽວກັບການປະສົມປະສານລະຫວ່າງພາບຖ່າຍ ແລະ ການສະແດງ. ງານວາງສະແດງ ເຮັດໃຫ້ ຜູ້ຊົມ ຕ້ອງຄົ້ນຄິດກ່ຽວກັບເລື່ອງ ຖ່າຍຮູບອາດສາມາດສ້າງໂຄງປະກອບການສະແດງຄືນໃໝ່ ແລະ ເປີດຄວາມສາມາດຮັບຊົມສິລະປະໃໝ່ ຢູ່ນອກພາບຖ່າຍ.

ໃນຂະນະນັ້ນ, ງານວາງສະແດງ ພາບຖ່າຍ “ການສຳເນົາ ແລະ ຫຼັງການສຳເນົາ” ແມ່ນງານວາງສະແດງຄົ້ນຫານິຍາມຂອງການສຳເນົາ ແລະ ຫຼັງການສຳເນົາ ຜ່ານພາບຖ່າຍຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພ້ອມທັງເຊື່ອມຕໍ່ບັນດານັກສິລະປິນ ຫວຽດນາມ ກັບ ກາຣີໂບ. ສອງງານວາງສະແດງໄດ້ເປີດປະຕູຕ້ອນຮັບປະຊາຊົນເຂົ້າຊົມ ແຕ່ວັນທີ 2 ພະຈິກ ຫາວັນທີ 20 ພະຈິກ 2025.

TAG
VOV/VOVworld/​ພາບ​ຖ່າຍ​/Photo Hanoi

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ