logo

ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ

2022/7/5 | 10:46:47
(VOVWORLD) -ຄາດວ່າງານວາງສະແດງຈະຈັດຂຶ້ນໃນເດືອນ ກັນຍາ 2022 ແລະ ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ; ຜ່ານນັ້ນ ຢັ້ງຢືນການຮັກສາ, ປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.
ພິທີບາສີສູ່ຂວັນ ໃນໂອກາດບຸນປີໃໝ່ລາວ (ພາບ: TTXVN)

ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫາກໍເຊັນປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຈັດງານວາງສະແດງ “ເອກະລັກວັດທະນະທຳເຂດຊາຍແດນ ແລະ ຄວາມສາມັກຄີໄມຕີຈິດມິດຕະພາບ ຫວຽດນາມ - ລາວ” ໃນຂອບເຂດວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຢູ່ແຂວງ ດ້ຽນບຽນ, ປີ 2022.  ວັນບຸນແມ່ນມີຄວາມໝາຍສຳຄັນເປັນພິເສດ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022). ເຫດການດັ່ງກ່າວຄາດວ່າຈະຈັດຂຶ້ນໃນເດືອນ ກັນຍາ 2022 ແລະ ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ; ຜ່ານນັ້ນ ຢັ້ງຢືນການຮັກສາ, ປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ໃນຂອບເຂດຂອງວັນບຸນດັ່ງກ່າວ ຈະດຳເນີນການເຄື່ອນໄຫວທາງດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫຼາຍຢ່າງ ເປັນຕົ້ນແມ່ນ ການສະແດງ, ແນະນຳກ່ຽວກັບງານບຸນ, ການເຄື່ອນໄຫວທາງດ້ານວັດທະນະທຳ, ການປະກວດຊຸດອາພອນປະຈຳເຜົ່າ; ວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ຜົນງານກ່ຽວກັບດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ.

TAG
VOV/VOVworld/ວາງ​ສະ​ແດງ/ຫວຽດ​ນາມ/ລາວ/ວັດ​ທະ​ນະ​ທຳ/ສິ​ລະ​ປະ​/ກິ​ລາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ