logo

ງານວາງສະແດງໃຫຍ່ທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ Sial Interfood 2025 - ກາລະໂອກາດໃຫ້ແກ່ຜະລິດຕະພັນກະເສດ ຫວຽດ

2025/11/13 | 09:12:24
(VOVWORLD) - ປີນີ້, ມີກວ່າ 1.500 ຫົວໜ່ວຍທີ່ມາຈາກ 26 ປະເທດເຂົ້າຮ່ວມ, ໃນນັ້ນ ຫວຽດນາມ ມີ 23 ວິສາຫະກິດ ເຂົ້າຮ່ວມ ດ້ວຍບັນດາປະເພດສິນຄ້າ, ຄື: ເຄື່ອງດື່ມ, ທັນຍາຫານ, ສະບຽງອາຫານ, ເຂົ້າໜົມ, ຢຸກຢາ…
(ທ່ານນາງ ໂຮ່ທິກວຽນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນ)

ງານວາງສະແດງ Sial Interfood 2025 ໄຂຂຶ້ນໃນວັນທີ 12 ພະຈິກ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ. ນີ້ແມ່ນໜຶ່ງໃນບັນດາເຫດການວາງສະແດງໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນຂົງເຂດອາຫານ, ເຄື່ອງດື່ມ, ວັດຖຸດິບ, ເຄື່ອງເສີມ ແລະ ເຄື່ອງອຸປະກອນປຸງແຕ່ງອາຫານ.

ປີນີ້, ມີກວ່າ 1.500 ຫົວໜ່ວຍທີ່ມາຈາກ 26 ປະເທດເຂົ້າຮ່ວມ, ໃນນັ້ນ ຫວຽດນາມ ມີ 23 ວິສາຫະກິດ ເຂົ້າຮ່ວມ ດ້ວຍບັນດາປະເພດສິນຄ້າ, ຄື: ເຄື່ອງດື່ມ, ທັນຍາຫານ, ສະບຽງອາຫານ, ເຂົ້າໜົມ, ຢຸກຢາ… ໂດຍນຳໜ້າຄະນະນັກທຸລະກິດ ໂຮ່ຈີມິນ, ທ່ານນາງ ໂຮ່ທິກວຽນ, ຮອງຫົວໜ້າສູນສົ່ງເສີມການຄ້າ ແລະ ການລົງທຶນ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ສູນສົ່ງເສີມການຄ້າ ແລະ ການລົງທຶນ ນຳໜ້າຄະນະນັກທຸລະກິດ ຫວຽດນາມ ເຂົ້າຮ່ວມງານວາງສະແດງ. ຂ້າພະເຈົ້າຫວັງວ່າ, ດ້ວຍການເຂົ້າຮ່ວມງານວາງສະແດງຄັ້ງນີ້, ພວກເຮົາຈະສາມາດໂຄສະນາຜະລິດຕະພັນຂອງ ຫວຽດນາມ, ພິເສດແມ່ນທ່າແຮງດ້ານຜະລິດຕະພັນກະເສດປຸງແຕ່ງຂອງ ຫວຽດນາມ ໄປເຖິງຕະຫຼາດ ອິນໂດເນເຊຍ ແລະ ຊ່ວຍໃຫ້ບັນດາວິສາຫະກິດຊອກຫາໂອກາດເປີດກວ້າງຕະຫຼາດ”.

TAG
VOV/VOVworld/ເຄື່ອງ​ດື່ມ/ທັນ​ຍາ​ຫານ/ສະ​ບຽງ​ອາ​ຫານ/ເຂົ້າ​ໜົມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ