logo

ງານ​ໂຮມ​ຊຸມ​ນຸມ​ມິດ​ຕິງ ຕອບ​ສະ​ໜອງວັນ​ທົ່ວ​ໂລກປ້ອງ​ກັນ, ​ຕ້ານ​ໂລກ​ AIDS: ຫວຽດ​ນາມ ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍ​ຢຸດ​ຕິ​ໂລກ AIDS ໃນ​ປີ 2030

2025/11/29 | 08:48:53
(VOVWORLD) - ເມື່ອກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານ ສຈ.ປອ. ເຈິ່ນວັນຖວນ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ, ໃຫ້ຮູ້ວ່າ ດ້ວຍຄາດຫວັງຍູ້ໂລກ HIV/AIDS ໃຫ້ຖອຍໄປ, ຫວຽດນາມ ໄດ້ຜັນຂະຫຍາຍຢ່າງແຮງ, ຄົບຊຸດ ແລະ ເປີດກວ້າງການເຄື່ອນໄຫວຕາມທິດເຂົ້າເຖິງຢ່າງຮອບດດ້ານ, ສະໜອງຄົບຖ້ວນບັນດາການບໍລິການຈາກການປ້ອງກັນ, ການວິເຄາະເລືອດ ຕະຫຼອດການປິ່ນປົວ HIV/AIDS.

ການນຳພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ພ້ອມດ້ວຍຜູ້ຕາງໜ້າອົງການ ສປຊ ໝັ້ນໝາຍຮ່ວມແຮງຮ່ວມໃຈຍູ້ໂລກ AIDS ໃຫ້ຖອຍໄປ

ວັນທີ 29 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ກະຊວງສາທາລະນະສຸກ ໄດ້ຈັດພິທີໂຮມຊຸມນຸມມິດຕິງລະດັບຊາດ ຕອບສະໜອງວັນຄົບຮອບ 35 ປີ ແຫ່ງວັນຕ້ານໂລກ HIV/AIDS ແລະ ວັນທົ່ວໂລກປ້ອງກັນ, ຕ້ານໂລກ AIDS (1 ທັນວາ) ປີ 2025. ພາຍໃຕ້ຫົວຂໍ້ “ສາມັກຄີແມ່ນກຳລັງແຮງ - ຮ່ວມແຮງຮ່ວມໃຈຢຸດຕິໂລກ AIDS” ໄດ້ສ່ອງແສງໃຫ້ເຫັນຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາສາກົນ ແລະ ສ້າງເງື່ອນໄຂເພື່ອໃຫ້ທຸກຄົນສາມາດເຂົ້າເຖິງການບໍລິການກ່ຽວກັບໂລກ HIV/AIDS ຢ່າງຍຸຕິທຳ ແລະ ບໍ່ຈຳແນກການປະພຶດ.

        ເມື່ອກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານ ສຈ.ປອ. ເຈິ່ນວັນຖວນ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ, ໃຫ້ຮູ້ວ່າ ດ້ວຍຄາດຫວັງຍູ້ໂລກ HIV/AIDS ໃຫ້ຖອຍໄປ, ຫວຽດນາມ ໄດ້ຜັນຂະຫຍາຍຢ່າງແຮງ, ຄົບຊຸດ ແລະ ເປີດກວ້າງການເຄື່ອນໄຫວຕາມທິດເຂົ້າເຖິງຢ່າງຮອບດດ້ານ, ສະໜອງຄົບຖ້ວນບັນດາການບໍລິການຈາກການປ້ອງກັນ, ການວິເຄາະເລືອດ ຕະຫຼອດການປິ່ນປົວ HIV/AIDS.

        ສ່ວນທ່ານ Raman Hailevich, ຜູ້ອຳນວຍການອົງການ ປ້ອງກັນ, ຕ້ານໂລກ AIDS ຂອງ ສປຊ ປະຈຳ ຫວຽດນາມ ໄດ້ຍົກອອກບັນດາຜົນງານພົ້ນເດັ່ນຂອງ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານ, ຍູ້ໂລກ AIDS ໃຫ້ຖອຍໄປ. ຄາດວ່າ ໃນໄລຍະ 2004 – 2024, ຫວຽດນາມ ໄດ້ຊ່ວຍເຫຼືອປະຊາຊົນກວ່າ 1,2 ລ້ານຄົນ ບໍ່ຖືກຕິດໂລກ HIV ແລະ ເກືອບ 320.000 ຄົນ ບໍ່ຖືກເສຍຊີວິດຍ້ອນໂລກ AIDS.

TAG
VOV/VOVworld/ຕ້ານໂລກ HIV/AIDS/ສາ​ທາ​ລະ​ນະ​ສຸກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ