logo

ງານໂຮມຊຸມນຸມ ສະເຫຼີມສະຫຼອງວັນກາແດງ, ກາຊິກວົງເດືອນແດງສາກົນ

2012/5/6 | 07:52:43

ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ​ວັນ​ກາ​ແດງ, ກາ​ຊິກ​ວົງ​ເດືອນ​ແດງ​ສາກົນ



ຊາວໜຸ່ມອາສາສະໝັກເຂົ້າຮ່ວມການບໍລິຈາກເລືອດມະນຸດສະທຳ
(ພາບ: chuthapdoyenbai.org.vn)

(vovwold) - ຕອນ​ເຊົ້າ​ວັນ​ທີ 6/5, ຢູ່​ແຂວງຫາຍ​ເຢືອງ, ສູນ​ກາງ​ສະພາກາ​ແດງ​ຫວຽດນາມ​ ໄດ້​ຈັດ​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ​ວັນ​ກາ​ແດງ, ກາ​ຊິກ​ວົງ​ເດືອນ​ແດງ​ສາກົນ (8/5) ດ້ວຍ​ຫົວ​ຂໍ້​ວ່າ: ​”ໄວ​ໜຸ່ມ​ພ້ອມ​ກັນ​ກະທຳ: ​ເຮັດ​​ໃຫ້ຫຼາຍ​ກວ່າ - ​ເຮັດ​​ໃຫ້ດີກ​ວ່າ - ບືນ​ຕົວ​ຂຶ້ນ” ພ້ອມ​ທັງ​ປຸກລະດົມ​ຂະ​ບວນການ ”ຢາດ​ເລືອດ​ແດງ” - ລະດູ​ຮ້ອນ 2012 ​ແລະ​ ລາຍການ​ຕ້ານ​ພະຍາດ​ຕີນ​ມື​ປາກ​ເປື່ອຍ. ສະພາກາ​ແດງ​ກໍ່​ໄດ້​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ໄວ​ໜຸ່ມ​ຄື: ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ສຸຂະພາບ​ຂອງ​ວົງ​ຄະນາ​ຍາດ, ບໍລິຈາກ​ເລືອດ​ມະນຸດສະທຳ.. ທ່ານ Phung Van Hoan, ຮອງ​ປະທານ​ສະພາກາ​ແດງ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        ”ປີ 2012, ຂະ​ບວນການ​ກາ​ແດງ, ກາ​ຊິກ​ວົງ​ເດືອນ​ແດງ​ສາກົນ​​ໄດ້ຮຽກຮ້ອງ​​ໃຫ້ຊາວ​ໜຸ່ມ​ອາສາ​ສະໝັກ​ໃນ​ທົ່ວ​ໂລກ ​ອຸທິດ​ສ່ວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ມະນຸດສະທຳ, ການ​ເຄື່ອນ​ໄຫວ​ຂອງ​ໄວ​ໜຸ່ມ​ຈະ​ສູ​ມ​ໃສ່ 3 ຂົງ​ເຂດ​ຄື: ກະກຽມ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ​ແລະ​ສະພາວະການ​ອັນ​ຮີ​ບດ່ວນ, ​ເພີ່ມ​ທະວີ​ຄວາມ​ສາມາດສຳ​ພັດກັບ​ການ​ບໍລິການ​ເບິ່ງ​ແຍງ​ສຸຂະພາບ, ກໍ່ສ້າງ​ພື້ນຖານ​ວັດທະນະທຳ​ສັນຕິພາບ, ບໍ່​ໃຊ້​ຄວາມ​ຮຸນ​ແຮງ. ”

TAG
ງານ​ໂຮມ​ຊຸມນຸມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ