logo

ຈັດການ​ໂອ້​ລົມ​​ກ່ຽວ​ກັບວັນ​ມູນ​ເຊື້ອຊ່ຽວ​ຊານ​ຕຳຫຼວດ ຫວຽດ​ນາມ ຢູ່ ລາວ ຄົບ​ຮອບ 60 ປີ

2021/3/22 | 09:21:09
(VOVWORLD) -  ຕອນເຊົ້າວັນທີ 21 ມີນາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ ທີ່ນະຄອນຫຼວງ ວຽງຈັນ ໄດ້ຈັດຕັ້ງການໂອ້ລົມກ່ຽວກັບວັນມູນເຊື້ອນັກຊ່ຽວຊານຕຳຫຼວດ ຫວຽດນາມ ຢູ່ ລາວ ຄົບຮອບ 60 ປີ ໂດຍອົງການຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳ ລາວ ສົມທົບກັບສະຖານທູດ ຫວຽດນາມ ຈັດຕັ້ງ.
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມ (ພາບ: TTXVN)

ເຂົ້າຮ່ວມການໂອ້ລົມດັ່ງກ່າວ ມີທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ, ຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ, ຜູ້ແທນສະມາຄົມຊາວ ຫວຽດນາມ ອາໄສ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າບັນດາວິສາຫະກິດ ຫວຽດນາມ ທີ່ພວມດຳເນີນທຸລະກິດ ຢູ່ ລາວ, ພະນັກງານ, ພາລະກອນສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ ວຽງຈັນ ແລະ ນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ ວຽງຈັນ.

        ໃນການໂອ້ລົມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ ໃນບັນດາສາຍພົວພັນສາກົນຂອງ ຫວຽດນາມ ນັ້ນ, ສາຍພົວພັນລະຫວ່າງ ລາວ ແລະ ຫວຽດນາມ ແມ່ນສາຍພົວພັນພິເສດ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ໃນໄລຍະຈະມາເຖິງ, ກຳລັງປ້ອງກັນຄວາມສະຫງົບສອງປະເທດ ຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງກຳລັງຕຳຫຼວດສອງປະເທດເວົ້າສະເພາະ ແລະ ລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ.


TAG
VOV/VOVworld/ຕຳຫຼວດ/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ