logo

ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ແກ່: ລາວ, ໄທ, ກຳປູເຈຍ, ມຽນມາ

2012/4/7 | 10:29:46
ຕອນ​ຄ່ຳ​ວັນ​ທີ 6/4, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ສະຖານທູດ​ບັນດາ​ປະ​ເທດ ລາວ, ​ໄທ, ກຳປູ​ເຈ​ຍ ​ແລະ ມຽນມາ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ມິດຕະພາບ “ອວຍພອນ​ບຸນ​ປີ​​ໃໝ່​ປະຈຳ​ຊາດ 4 ປະ​ເທດ“.

ຜູ້ແທນ 4 ປະເທດຮ່ວມພິທີ ​ມັດ​ແຂນບາ​ລີ​ສຸ​ຂັວນ
(ພາບ: atv.org.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 6/4, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບ​ສະຖານທູດ​ບັນດາ​ປະ​ເທດ ລາວ, ​ໄທ, ກຳປູ​ເຈ​ຍ ​ແລະ ມຽນມາ ປະຈຳ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ​ພົບ​ປະ​ມິດຕະພາບ “ອວຍພອນ​ບຸນ​ປີ​​ໃໝ່​ປະຈຳ​ຊາດ 4 ປະ​ເທດ“. ທ່ານ Dao Van Binh, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຮ່າ​ໂນ້ຍ ​ໄດ້​ຝາກ​ຄຳ​ອວຍພອນ​ປີ​ໃໝ່​ເຖິງ​ຄອບຄົວ, ​ເພື່ອ​ນມິດ ​ແລະ ປະຊາຊົນ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເພື່ອ​ນ ​ຈົ່ງມີ​​ແດ່ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ. ບັນດາ​ຜູ້​ແທນ​​ພ້ອມ​ກັນ​ຮ່ວມ​ພິທີ​ມັດ​ແຂນບາ​ລີ​ສຸ​ຂັວນ, ສົງນ້ຳ​​ພະພຸດທະ​ຮູບ, ຫົດ​ນ້ຳ​ຂໍ​ຄວາມສຸກ ​ແລະ ​ໄດ້​ຮັບ​ຊົ​ມບັນດາ​ລາຍການ​ເພງ​ໂດ​ຍນັກ​ສີ​ລະ​ປິນຫວຽດນາມ, ພະນັກງານ​ສະຖານທູດ ​ແລະ ນັກ​ສຶກສາ​ບັນດາ​ປະ​ເທດ​ນີ້​ສະ​ແດງ. ນອກ​ນັ້ນ ບັນດາ​ຜູ້​ແທນ​ຍັງ​ໄດ້​ຮັບ​ປະທານ​​ບັນດາ​ເຍື່ອງ​ອາຫານຂອງ​ຮ່າ​ໂນ້ຍ ​ແລະ ບັນ​ດາ​ເຍື່ອງ​ອາຫານ​ພື້ນ​ເມືອງ​ໂດຍ​ພະນັກງານ​ສະຖານທູດ​ລາວ, ​ໄທ, ກຳປູ​ເຈຍ, ມຽນມາ ​ປຸງແຕ່ງ​ເອງ​.

TAG
ບຸນປີໃໝ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ