logo

ຈັດ​ວັນ​ບຸນ​ໄຫວ້​ພະ​ຈ​ັນ ຫວຽດ​ນາມ ​ໃຫ້​ແກ່​ເດັກ​ນ້ອຍ ອາ​ຟະ​ລິ​ກາ

2025/10/7 | 07:57:52
(VOVWORLD) -  ການຈັດວັນບຸນໄຫວ້ພະຈັນໄດ້ສ້າງຂີດໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ທັງແຜ່ກະຈາຍມູນເຊື້ອອັນດີງາມຂອງ ຫວຽດນາມ, ທັງຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ອາຟະລິກາກາງ.
ການວັນບຸນໄຫວ້ພະຈັນ ໄດ້ສ້າງຮອຍຍິ້ມໃຫ້ແກ່ອະນຸຊົນຢູ່ອະຟະຣິກາກາງ (ພາບ: MINUSCA)

ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ ປີ 2025 (ວັນທີ 6 ຕຸລາ, ກົງກັບວັນເພັງ ເດືອນ 8 ໄລ່ຕາມຈັນທະປະຕິທິນ), ໜ່ວຍປະຕິບັດງານ ຫວຽດນາມ ປະຈຳຄະນະຮັກສາສັນຕິພາບ ສປຊ ຢູ່ ສ.ອາຟະລິກາກາງ (MINUSCA) ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳພິເສດໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ເຮືອນແຫ່ງເມດຕາປານີ, ຢູ່ນະຄອນຫຼວງ Bangui, ສ. ອາຟະລິກາກາງ. ເຫດການດັ່ງກ່າວໄດ້ສ້າງຂີດໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ທັງແຜ່ກະຈາຍມູນເຊື້ອອັນດີງາມຂອງ ຫວຽດນາມ, ທັງຮັດແໜ້ນໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ອາຟະລິກາກາງ.

ບັນດາສະມາຊິກໃນໜ່ວມປະຕິບັດງານຈັດວັນບຸນໄຫວ້ພະຈັນໃຫ້ເດັກໆ (ພາບ:  MINUSCA)

ກ່າວຄຳເຫັນໄຂລາຍການ, ທ່ານພັນຕີ ຢຸຍວັນເຊີນ, ຫົວໜ້າໜ່ວຍປະຕິບັດງານກະຊວງປ້ອງກັນປະເທດ ຫວຽດນາມ ປະຈຳ ຄະນະຮັກສາສັນຕິພາບ ສປຊ ຢູ່ ສ.ອາຟະລິກາກາງ, ແບ່ງປັນວ່າ:

ພວກຂ້າພະເຈົ້າ ຈັດບັນດາກິດຈະກຳທີ່ເປັນມູນເຊື້ອຂອງ ຫວຽດນາມ ໃຫ້ພວກຫຼານອະນຸຊົນ, ເຍົາວະຊົນເຂົ້າຮ່ວມ, ເຊັ່ນ: ແຕ້ມ, ທາສີ, ການລະຫຼີ້ນພື້ນເມືອງ, ແຫ່ໂຄມໄຟວັນບຸນໄຫວ້ພະຈັນ. ພວກຂ້າພະເຈົ້າດີໃຈຫຼາຍເມື່ອເຫັນວ່າພວກຫຼານ ໄດ້ເຂົ້າຮ່ວມ ລາຍການຢ່າງຫ້າວຫັນແລະ ພິເສດແມ່ນໄດ້ແຜ່ກະຈາຍນ້ຳໃຈແຫ່ງຄວາມເມດຕາປານີ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ, ພວກຫຼານໄດ້ຮູ້ຈັກເຖິງວັນບຸນໄຫວ້ພະຈັນຂອງ ຫວຽດນາມ ຢູ່ດິນແດນອາຟະລິກາກາງນີ້”.

 

 


 

TAG
VOV/VOVworld/ວັນ​ບຸນ​ໄຫວ້​ພະ​ຈັນ​/ອາ​ຟະ​ລິ​ກາກາງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ