logo

ຈີນ: ຈຸ​ບິນ​ອາ​ວະ​ກາດ ເສີນ​ເຈົາ 20 ກັບ​ຄືນ​ສູ່​ໜ່ວຍ​ໂລກ

2025/11/5 | 07:51:33
(VOVWORLD) - ຈຸບິນອາວະກາດ ເສີນເຈົາ 20, ລວມມີນັກບິນ 3 ທ່ານ, ເຊັ່ນ: ຈັນຕຸງ, ຈັນຈຸງໄຣ້ ແລະ ຫວາງເຈັຍ, ໄດ້ບິນຂຶ້ນວົງໂຄຈອນແຕ່ເດືອນເມສາປີ 2025. 
 ບັນດານັກບິນຂອງຍານອາວະກາດ ເສີນເຈົາ 20  (ພາບ:  CCTV/REUTERS)

ຕາມຂໍ້ມູນຂ່າວຈາກສື່ມວນຊົນ ຈີນ ແລ້ວ, ບັນດານັກບິນຂອງຍານອາວະກາດ ເສີນເຈົາ 20 ແລະ ເສີນເຈົາ 21 ໄດ້ປະຕິບັດພິທີມອບ - ຮັບ ຢູ່ສະຖານີຍານອາວະກາດ ແທນກຸງ ໃນວັນທີ 4 ພະຈິກຢ່າງເປັນທາງການ. ເຫດການດັ່ງກ່າວໄດ້ສ້າງຂີດໝາຍດ້ວຍພິທີມອບ-ຮັບຂໍ້ກຸນແຈສະຖານີອາວະກາດ, ເປັນສັນຍາລັກໃຫ້ແກ່ການມອບໂອນຄວາມຮັບຜິດຊອບບໍລິຫານ ແລະ ບຳລຸງຮັກສາສະຖານີອາວະກາດ.

ຈຸບິນອາວະກາດ ເສີນເຈົາ 20, ລວມມີນັກບິນ 3 ທ່ານ, ເຊັ່ນ: ຈັນຕຸງ, ຈັນຈຸງໄຣ້ ແລະ ຫວາງເຈັຍ, ໄດ້ບິນຂຶ້ນວົງໂຄຈອນແຕ່ເດືອນເມສາປີ 2025. ໄລ່ຮອດຈຸດເວລາປັດຈຸບັນ, ເຂົາເຈົ້າໄດ້ດຳລົງຊີວິດ ແລະ ເຮັດວຽກຢ່າງລຽນຕິດຢູ່ສະຖານີອາວະກາດໃນຕະຫຼອດໄລຍະ 180 ວັນ, ປະຕິບັດສຳເລັດໜ້າທີ່ຄົ້ນຄວ້າ ແລະ ບໍລິຫານທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີທີ່ສຸດ.

ຕາມແຜນການແລ້ວ, ຈຸບິນອາວະກາດດັ່ງກ່າວ ຈະອອກຈາກສະຖານີອາວະກາດ ແລະ ຂຶ້ນຍານອາວະກາດ ເສີນເຈົາ 20 ເພື່ອກັບຄືນສູ່ໜ່ວຍໂລກໃນວັນທີ 5 ພະຈິກ.

ນັກຂ່າວ VOV ປະຈຳ ຈີນ


 

TAG
VOV/VOVworld/ຈຸບິນອາວະກາດ/ຍານ​ອາ​ວະ​ກາດ ເສີນ​ເຈົາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ