logo

ຈີນ ຍົກ​ເລີກ​ກົນ​ໄກ​ບຸ​ລິ​ມະ​ສິດ​ພິ​ເສດ​ຢູ່ WTO

2025/9/24 | 10:22:00
(VOVWORLD) -  ວັນທີ 23 ກັນຍາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຢັ້ງຢືນວ່າ ປະເທດນີ້ຈະບໍ່ຊອກຫາບໍ່ວ່ານະໂຍບາຍບຸລິມະສິດພິເສດ ແລະ ແຕກຕ່າງໃດ ໃຫ້ແກ່ບັນດາປະເທດພວມພັດທະນາໃນການເຈລະຈາປັດຈຸບັນ ແລະ ອະນາຄົດຂອງອົງການການຄ້າໂລກ (WTO).
ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ (ພາບ: REUTERS/Shubing Wang)

ເມື່ອກ່າວຄຳເຫັນໃນກອງປະຊຸມຂັ້ນສູງກ່ຽວກັບຂໍ້ລິເລີ່ມພັດທະນາທົ່ວໂລກຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຄົບຮອບ 80 ປີ ຢູ່ ນິວຢອກ (ອາເມລິກາ), ທ່ານ ຫຼີຊຽນ ເນັ້ນໜັກວ່າ ຈີນ ມີການປະພຶດຄື “ປະເທດທີ່ພວມພັດທະນາໃຫຍ່ມີຄວາມຮັບຜິດຊອບ”.

        ຕາມຂໍ້ກຳນົດຂອງ WTO, ບັນດາປະເທດພວມພັດທະນາອາດຈະໄດ້ຊົມໃຊ້ບັນດາສິດຜົນປະໂຫຍດໃດໜຶ່ງ, ເຊັ່ນວ່າເວລາປະຕິບັດຄຳໝັ້ນສັນຍາຍາວກວ່າ ແລະ ບັນດາມາດຕະການໜູນຊ່ວຍເປີດກວ້າງໂອກາດການຄ້າ. ເຖິງຢ່າງໃດກໍຕາມ, ຫຼາຍປະເທດພັດທະນາ, ໃນນັ້ນ ມີ ອາເມລິກາ, ເຄີຍຖືວ່າ ຈີນ, ພື້ນຖານໃຫຍ່ອັນດັບທີ 2 ໃນໂລກ, ບໍ່ຄວນສືບຕໍ່ໄດ້ຈັດເຂົ້າກຸ່ມນີ້.

        ກໍໃນວັນດຽວກັນ, ໃນຖະແຫຼງການໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO, ຖືນີ້ແມ່ນຂ່າວສານສຳຄັນ, ຫຼັກແຫຼ່ງສຳລັບວິວັດການປະຕິຮູບ WTO ພ້ອມທັງຖືວ່າ ຖະແຫຼງການຂອງ ຈີນ ແມ່ນຜົນງານແຫ່ງຄວາມມານະພະຍາຍາມໃນຫຼາຍປີ.

TAG
VOV/VOVworld/ຜູ້​ອຳ​ນວຍ​ການ​ໃຫຍ່ WTO/ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ