logo

ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ໄດ້ຮັບຮອງເອົາແຜນການ 5 ປີ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

2025/9/29 | 08:32:46
(VOVWORLD) - ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ເປັນເອກະພາບຮ່ວມມືກັນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກ່ຽວກັບການຮັບຮອງເອົາແຜນການກະທຳຮ່ວມໃນ 5 ປີຈະມາເຖິງ. ບັນດາລັດຖະມົນຕີສິ່ງແວດລ້ອມຂອງ 3 ປະເທດ ບັນລຸໄດ້ຄວາມເຫັນດີ ຢູ່ ກອງປະຊຸມສາມຝ່າຍ ທີ່ຈັດຂື້ນຢູ່ ນະຄອນ ຢານໄຖ, ແຂວງ ຊານຕົງ, ສປ ຈີນ.

ຕາມຖະແຫຼງການຮ່ວມ,  ແຜນການກະທຳຮ່ວມ ໄລຍະ 2026-2030 ຈະສຸມໃສ່ 8 ຂົງເຂດບູລິມະສິດ, ໃນນັ້ນຈະມີການກຳຈັດຂີ້ເຫຍື້້ອປຣາດສະຕິກເສດເຫຼືອ. ລັດຖະມົນຕີສິ່ງແວດລ້ອມ ແລະ  ຊີວະພາບ ຈີນ ທ່ານ Huang Runqiu ໄດ້ຢັ້ງຢືນຈະຊຸກຍູ້ການຮ່ວມມືສາກົນ ເພື່ອແນໃສ່ການຮັບມືກັບບັນດາຜົນກະທົບທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ. ລັດຖະມົນຕີກະຊວງສິ່ງແວດລ້ອມ ຍີ່ປຸ່ນ ທ່ານ ກີຊິໂຣ ອາຊາວ (Keiichiro Asao) ໃຫ້ຮູ້ວ່າ ຍີ່ປຸ່ນ ສາມາດປະກອບສ່ວນເຂົ້າໃນຄວາມພະຍາຍາມລວມໂດຍການສະໜອງຂໍ້ມູນການປ່ອຍອາຍພິດເຮືອນແກ້ວຢ່າງໂປ່ງໃສ, ໂດຍການນຳໃຊ້ເຕັກໂນໂລຊີວັດແທກຜ່ານດາວທຽມ. ສ່ວນລັດຖະມົນຕີກະຊວງສີ່ງແວດລ້ອມ ສ. ເກົາຫຼີ ທ່ານ ຄີມສຸງຫວານ (Kim Sung Hwan) ກໍ່ເນັ້ນໜັກ ຄວາມຈຳເປັນທີ່ຈະຕ້ອງຫັນປ່ຽນໄປສູ່ສັງຄົມທີ່ຫຼຸດຜ່ອນການນໍາໃຊ້ເຊື້ອໄຟຟອກຊິວລະດັບສູງສຸດ .

TAG
VOV/VOVworld/ການປ່ຽນແປງຂອງດິນຟ້າອາກາດ/ການປ່ອຍອາຍພິດເຮືອນແກ້ວ/ຈີນ - ຍີ່ປຸ່ນ - ສ.ເກົາຫຼີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ