logo

ຈີນ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ ກັບ ຫວຽດ​ນາມ ແມ່ນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍບ​າຍ​ການ​ຕ່າງ​ປະ​ເທດ

2025/9/27 | 06:24:00
(VOVWORLD) - ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມທີ່ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນຈີນ ມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ.
ທ່ານ ເລຮ່ວາຍຈຸງ ເລຂາສູນກາງພັກ, ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ:VOV)

ຕ່ອນຄ່ຳວັນທີ 26 ກັນຍາຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ ເລຂາສູນກາງພັກ, ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ງານລ້ຽງ ສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງປະເທດ ສປ.ຈີນ (1 ຕຸລາ 1949 – 1 ຕຸລາ 2025) ໂດຍສະຖານທູດຈີນ ປະຈຳ ຫວຽດນາມ ຈັດຂຶ້ນ.

ກ່າວຄຳເຫັນທີ່ງານລ້ຽງ, ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມທີ່ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນຈີນ ມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ.

ສ່ວນທ່ານ Wang Qun ອຸປະທູດຊົ່ວຄາວ ຈີນ ປະຈຳ ຫວຽດນາມ ເນັ້ນໜັ້ກວ່າ ຈີນຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ. ທ່ານ Wang Qun ຊີ້ແຈ້ງວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເຊື່ອມຊືມປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຢຶດໝັ້ນກຳນົດທິດຍຸດທະສາດຂອງການນຳສູງສຸດຂອງສອງພັກ, ສອງລັດ ກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອດບ້ານໃຫ້ຫຼາຍກວ່າອີກ.

TAG
VOV/VOVworld/ຫ​ວຽດ​ນາມ/ຈີນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ