logo

ຈີນ ດັດປັບມາດຕະການຄວບຄຸມການສົ່ງອອກສຳລັບກວ່າ 30 ສິ່ງທີ່ຄົງຕົວຂອງ ອາເມລິກາ

2025/11/6 | 09:07:46
(VOVWORLD) - ການກະທຳດັ່ງກ່າວໄດ້ປະຕິບັດຕາມຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາດ້ານເສດຖະກິດ ແລະ ການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຢູ່ ມາເລເຊຍ.

ວັນທີ 05 ພະຈິກ, ກະຊວງການຄ້າ ຈີນ ໄດ້ແຈ້ງໃຫ້ຊາບວ່າ ນັບແຕ່ວັນທີ 10 ພະຈິກ ຈະມາເຖິງ ຈະດັດປັບມາດຕະການຄວບຄຸມການສົ່ງອອກໂດຍແນໃສ່ສິ່ງທີ່ຄົງຕົວ (entity) ຂອງ ອາເມລິກາ. ການກະທຳດັ່ງກ່າວໄດ້ປະຕິບັດຕາມຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາດ້ານເສດຖະກິດ ແລະ ການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຢູ່ ມາເລເຊຍ.

ກ່ອນໜ້ານັ້ນ, ກະຊວງນີ້ກໍ່ໄດ້ອອກແຈ້ງການຕາມລຳດັບໃນວັນທີ 04 ມີນາ ແລະ 04 ເມສາ, ເພີ່ມເຕີມທັງໝົດ 31 ສິ່ງທີ່ຄົງຕົວເຂົ້າໃນບັນຊີຄວບຄຸມການສົ່ງອອກ, ຜ່ານນັ້ນ, ກໍ່ຫ້າມສົ່ງອອກບັນດາສິນຄ້າປະເພດອາເນກປະສົງໃຫ້ແກ່ບັນດາສິ່ງທີ່ຄົງຕົວນີ້. ທາງກະຊວງນີ້ ກໍ່ເນັ້ນວ່າ ບັນດານັກສົ່ງອອກຢາກຂົນສົ່ງສິນຄ້າປະເພດອາເນກປະສົງດັ່ງກ່າວ ຕ້ອງຍື່ນຄຳຮ້ອງຂໍອະນຸຍາດໃຫ້ກະຊວງຕາມການກຳນົດການຄວບຄຸມການສົ່ງອອກສຳລັບປະເພດອາເນກປະສົງ. ທາງກະຊວງຈະພິຈາລະນາບັນດາໃບຄຳຮ້ອງຕາມກົດໝາຍທີ່ພວມປະກາດໃຊ້, ກ່ອນທີ່ຈະອອກອະນຸຍາດໃຫ້ບັນດາບໍລິສັດຕອບສະໜອງບັນາດຄວາມຮຽກຮ້ອງຢ່າງຄົບຖ້ວນ.

TAG
VOV/VOVworld/​ຂົນ​ສົ່ງ/​ສິນ​ຄ້າ​/ອາເນກປະສົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ