logo

ຈີນ ພວມຄ່ອຍໆປະຕິບັດສຳເລັດຄຳໝັ້ນສັນຍາດ້ານການຄ້າກັບ ອາເມລິກາ

2025/12/4 | 09:14:20
(VOVWORLD) - ຈີນ ພວມກ້າວເຂົ້າໃກ້ກັບເລື່ອງປະຕິບັດສຳເລັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງດ້ານການຄ້າ 2 ຝ່າຍ

        ວັນທີ 03 ທັນວາ, ທ່ານ Scott Bessent, ລັດຖະມົນຕີກະຊວງການເງິນ ອາເມລິກາ ໄດ້ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງເສດຖະກິດ ອາເມລິກາ ໃນປີຈະມາເຖິງ ແລະ ເຜີຍໃຫ້ຮູ້ວ່າ ຈີນ ພວມຄ່ອຍໆກ້າວໄປເຖິງເລື່ອງປະຕິບັດສຳເລັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ.

        ກ່າວຄຳເຫັນທີ່ກອງປະຊຸມ DealBook ຂອງໜັງສືພິມ New York Times, ທ່ານ Bessent ຢືນຢັນວ່າ ຈີນ ພວມກ້າວເຂົ້າໃກ້ກັບເລື່ອງປະຕິບັດສຳເລັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງດ້ານການຄ້າ 2 ຝ່າຍ, ລວມມີເລື່ອງຊື້ຖົ່ວເຫຼືອງ 12 ລ້ານໂຕນ - ສິ່ງທີ່ທ່ານໄດ້ຄາດຄະເນວ່າຈະປະຕິບັດສຳເລັດໃນທ້າຍເດືອນ ກຸມພາ 2026.

        ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ສານສູງສຸດ ອາເມລິກາ ຈະຮັກສາຮັກລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາອັດຕາພາສີກວ້າງຂວາງທີ່ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພວມຈັດວາງຕໍ່ສິນຄ້າຂອງເກືອບທຸກປະເທດ ຕາມກົດໝາຍວ່າດ້ວຍສິດເສດຖະກິດສຸກເສີນສາກົນ (IEEPA).

TAG
VOV/VOVworld/ຄາດ​ຄະ​ເນ/ປະ​ຕິ​ບັດ/​ສຳ​ເລັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ