logo

ຈີນ ສືບ​ຕໍ່​ຖະ​ແຫຼງ​ການແຂງ​ກະ​ດ້າງ ຕໍ່​ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ນາບ​ຂູ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ຕື່ມ​ອີກ 100%

2025/10/14 | 08:47:06
(VOVWORLD) - 

ວັນທີ 13 ຕຸລາ, ຈີນ ກ່າວເຕືອນວ່າຈະໂຕ້ຕອບດ້ວຍບັນດາມາດຕະການຄ້າຍຄືກັນ ຖ້າຫາກວ່າ ອາເມລິກາ ຈັດວາງພາສີຕື່ມອີກ 100% ໃຫ້ສຳລັບສິນຄ້າຂອງປະເທດນີ້ ໃນຂະນະທີ່ການຕໍ່ສູ້ດ້ານການຄ້າລະຫວ່າງສອງປະເທດພວມເຄັ່ງຕຶງຂຶ້ນໃໝ່.

(ພາບ: ກະຊວງການຕ່າງປະເທດ ຈີນ)

   ທີ່ການປະຊຸມຂ່າວນັດສາມັນຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ຕຸລາ, ທ່ານ ຫຼີນຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ເລັ່ງໃຫ້ ວໍຊິງຕັນ “ຈົ່ງດັດສົມບັນດາການກະທຳອັນຜິດພາດໂດຍໄວ” ແລະ ແກ້ໄຂບັນດາຄວາມວິຕົກກັງວົນຂອງກັນຜ່ານການເຈລະຈາ “ບົນເນື້ອໃນຈິດໃຈສະເໝີພາບ, ເຄົາລົບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”.

 ຂ້າພະເຈົ້າຢາກເນັ້ນໜັກວ່າ: ໃນໄລຍະມໍ່ໆມານີ້, ອາເມລິກາ ໄດ້ຈັດວາງບັນດາມາດຕະການຈຳກັດ ແລະ ລົງໂທດສຳລັບ ຈີນ ຢ່າງຕໍ່ເນື່ອງ, ຊື່ງໄດ້ກໍ່ຜົນເສຍຫາຍອັນໜັກໜ່ວງເຖິງຜົນປະໂຫຍດຂອງ ຈີນ. ຈີນ ເດັດດ່ຽວຄັດຄ້ານສິ່ງນີ້… ຖ້າຫາກວ່າ ອາເມລິກາ ຍັງຈະເຮັດຕາມຄວາມຄິດຂອງຕົນ, ຈີນ ຈະເດັດດ່ຽວປະຕິບັດບັນດາມາດຕະການໂຕ້ຕອບທີ່ຄ້າຍຄືກັນ ເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ.

TAG
VOV/VOVworld/ທ່ານ ຫຼີນຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ