logo

ຈີນ​ແຈ້ງ​ຂໍ້​ຕົກ​ລົງ​ຢຸດ​ຕິ​ການ​ນຳ​ເຂົ້າ​ສິນ​ທະ​ເລ​ຂອງ ຍີ​ປຸ່ນ

2025/11/20 | 08:48:34
(VOVWORLD) - ຕາມແຫຼ່ງຂ່າວດັ່ງກ່າວ, ຈີນ ໄດ້ອ້າງເຫດຜົນຕ້ອງຕິດຕາມກວດກາສະພາບນ້ຳທີ່ໄດ້ຮັບຜົນກະທົບຈາກກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວປ່ອຍອອກທະເລ ຈາກໂຮງງານໄຟຟ້ານິວເຄຼຍ Fukushima Daiichi ທີ່ຖືກເປ່ເພຢ່າງໜັກໜ່ວງພາຍຫຼັງເກີດເຫດແຜ່ນດິນໄຫວ - ຊູນາມີ ໃນປີ 2011.
ພາບປະກອບ: REUTERS/Kim Kyung-Hoon

ວັນທີ 19 ພະຈິກ, ສຳນັກຂ່າວສານ Kyodo ຂອງຍີ່ປຸ່ນໄດ້ລົງຂ່າວທີ່ວ່າ ຈີນ ໄດ້ແຈ້ງກັບຍີ່ປຸ່ນກ່ຽວກັບການຢຸດຕິການນຳເຂົ້າສິນທະເລຈາກປະເທດນີ້. ນີ້ແມ່ນການກະທຳຫຼ້າສຸດໃນຄວາມເຄັ່ງຕຶງທາງການທູດ ທີ່ພວມເພີ່ມຂຶ້ນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ ອາຊີ.

ຕາມແຫຼ່ງຂ່າວດັ່ງກ່າວ, ຈີນ ໄດ້ອ້າງເຫດຜົນຕ້ອງຕິດຕາມກວດກາສະພາບນ້ຳທີ່ໄດ້ຮັບຜົນກະທົບຈາກກຳມັນຕະພາບລັງສີ ທີ່ໄດ້ຮັບການບຳບັດແລ້ວປ່ອຍອອກທະເລ ຈາກໂຮງງານໄຟຟ້ານິວເຄຼຍ Fukushima Daiichi ທີ່ຖືກເປ່ເພຢ່າງໜັກໜ່ວງພາຍຫຼັງເກີດເຫດແຜ່ນດິນໄຫວ - ຊູນາມີ ໃນປີ 2011.

ກ່ອນໜ້ານັ້ນ, ເມື່ອຍີ່ປຸ່ນ ເລີ່ມຕົ້ນການປ່ອຍນ້ຳສິ່ງເສດເຫຼືອອອກທະເລແຕ່ເດືອນ ສິງຫາ 2023, ປັກກິ່ງ ກໍ່ປະກາດຄຳສັ່ງຫ້າມການນຳເຂົ້າສິນທະເລ ເພື່ອຄັດຄ້ານການກະທຳຂອງ ໂຕກຽວ. ຫຼັງຈາກນັ້ນ, ສອງຝ່າຍກໍ່ໄດ້ດຳເນີນການເຈລະຈາເປັນຫຼາຍຄັ້ງ ແລະ ນັບແຕ່ຕົ້ນເດືອນນີ້, ຈີນໄດ້ອະນຸຍາດໃຫ້ເຊື່ອມຕໍ່ການນຳເຂົ້າສິນທະເລຈາກຍີ່ປຸ່ນຄືນໃໝ່ ພາຍຫຼັງຍົກເລີກຄຳສັ່ງນຳເຂົ້າຢ່າງຮອບດ້ານ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງສະບັບຫຼ້າສຸດຂອງ ຈີນ ອີກຄັ້ງໜຶ່ງໄດ້ຕ່າວປິ້ນນະໂຍບາຍສະບັບນີ້.

ແຈ້ງການໄດ້ຍົກອອກມາພາຍຫຼັງ 1 ວັນ ເມື່ອເຈົ້າໜ້າທີ່ຂັ້ນສູງ ກະຊວງການຕ່າງປະເທດສອງປະເທດດຳເນີນການເຈລະຈາຢູ່ ປັກກິ່ງ ໂດຍກ່ຽວຂ້ອງເຖິງບົດກ່າວຄຳເຫັນ ຫວ່າງແລ້ວນີ້ຂອງທ່ານນາງ Sanae Takaichi ນາຍົກລັດຖະມົນຕີ ຍີ່ປຸ່ນ ກ່ຽວກັບບັນຫາໄຕ້ຫວັນ (ຈີນ), ແຕ່ບໍ່ບັນລຸໄດ້ໝາກຜົນ.

TAG
VOV/VOVworld/ຈີນ​/ຍີ​ປຸ່ນ/​ສິນທະ​ເລ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ