logo

ຈີນ ແລະ ການາດາ ບັນລຸໄດ້ຂໍ້ຕົກລົງການຄ້າເບື້ອງຕົ້ນທີ່ມີລັກສະນະບາດລ້ຽວ

2026/1/17 | 09:03:52
(VOVWORLD) - ພາຍຫຼັງການພົບປະ, ການນຳ ການາດາ ໃຫ້ຮູ້ວ່າ Ottawa ແລະ ປັກກິ່ງ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃນເບື້ອງຕົ້ນທີ່ມີລັກສະນະບາດລ້ຽວ ເພື່ອແນໃສ່ຍົກເລີກຮົ້ວກີດຂວາງດ້ານການຄ້າ ແລະ ພາສີອາກອນ.
ທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ ໄດ້ພົບປະກັບທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ
(ພາບ: Sean Kilpatrick/Pool via REUTERS)

ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ວັນທີ 16 ມັງກອນ, ທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ ໄດ້ພົບປະກັບທ່ານ ສີຈິ້ນຜິງ, ປະທານປະເທດ ຈີນ ຢູ່ ປັກກິ່ງ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃໝ່, ສ້າງຂີດໝາຍບາດລ້ຽວສຳຄັນໃນຫຼາຍປີທີ່ການພົວພັນຖືກຢຸດສະງັກ.

ພາຍຫຼັງການພົບປະ, ການນຳ ການາດາ ໃຫ້ຮູ້ວ່າ Ottawa ແລະ ປັກກິ່ງ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າໃນເບື້ອງຕົ້ນທີ່ມີລັກສະນະບາດລ້ຽວ ເພື່ອແນໃສ່ຍົກເລີກຮົ້ວກີດຂວາງດ້ານການຄ້າ ແລະ ພາສີອາກອນ. ຕາມນັ້ນແລ້ວ, ການາດາ ຫວັງວ່າ ຮອດວັນທີ 01 ມີນາ, ຈີນ ຈະຫຼຸດອັດຕາພາສີສຳລັບເມັດຜັກກາດ (Brassica napus) ຂອງ ການາດາ ຈາກ 84% ລົງເຫຼືອປະມານ 15%. ເພື່ອຕອບຄືນ, ກາດານາ ຈະອະນຸຍາດນຳເຂົ້າລົດໄຟຟ້າຂອງ ຈີນ ສູງສຸດ 49.000 ຄັນດ້ວຍອັດຕາພາສີອະພິສິດ 6,1%.

TAG
VOV/VOVworld/ຍົກ​ເລ​ີກ/ກີດ​ຂວາງ/​ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ