logo

ຈີນ ແລະ ອີ​ຢິ ເຫັນ​ດີ​ເປັນ​ເອ​ກະ​ພາບຕໍ່​ວິ​ວັດ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ​ລົດ​ໄຟ​ຟ້າ

2026/1/13 | 09:22:02
(VOVWORLD) - 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວເດີນ ເພື່ອແນໃສ່ມຸ່ງໄປເຖິງແກ້ໄຂຄວາມຂັດແຍ້ງກັນທີ່ກ່ຽວຂ້ອງເຖິງເລື່ອງ EU ຈັດວາງພາສີຕ້ານການອຸດໜູນໃຫ້ແກ່ລົດໄຟຟ້າ (EV) ທີ່ຜະລິດຢູ່ ຈີນ.
ລົດໄຟຟ້າຜະລິດຢູ່ ຈີນ

ວັນທີ 12 ມັງກອນ, ຈີນ ແລະ ສະຫະພາບເອີຣົບ (EU) ໃຫ້ຮູ້ວ່າ 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບາດກ້າວເດີນ ເພື່ອແນໃສ່ມຸ່ງໄປເຖິງແກ້ໄຂຄວາມຂັດແຍ້ງກັນທີ່ກ່ຽວຂ້ອງເຖິງເລື່ອງ EU ຈັດວາງພາສີຕ້ານການອຸດໜູນໃຫ້ແກ່ລົດໄຟຟ້າ (EV) ທີ່ຜະລິດຢູ່ ຈີນ. ສອງຝ່າຍເຫັນດີຕໍ່ຄວາມຈຳເປັນປະກາດໃຊ້ຄຳແນະນຳລວມສຳລັບຄຳໝັ້ນສັນຍາກ່ຽວກັບລາຄາ ຕໍ່ກັບບັນດາວິສາຫະກິດ ຈີນ ທີ່ສົ່ງອອກລົດໄຟຟ້າ ຂົນສົ່ງຜູ້ໂດຍສານ ແລ່ນດ້ວຍຖ່ານໄຟ ໄປຍັງ EU.  ຄະນະກຳມະການເອີຣົບ ໄດ້ປະກາດໃຊ້ໜັງສືແນະນຳກ່ຽວກັບການຍື່ນຂໍ້ສະເໜີຄຳໝັ້ນສັນຍາກ່ຽວກັບລາຄາ, ໃນນັ້ນ ຊີ້ແຈ້ງບັນດາເນື້ອໃນທີ່ຕ້ອງພິຈາລະຈາ ເຊັ່ນ ລະດັບລາຄານຳເຂົ້າຕ່ຳສຸດ, ຊ່ອງທາງຂາຍເຄື່ອງ, ກົນໄກຊົດເຊີຍ, ກໍຄືບັນດາແຜນການລົງທຶນໃນອະນາຄົດຢູ່ EU. ຄະນະກຳມະການ ເອີຣົບ ຢັ້ງຢືນວ່າ ຈະຕີລາຄາແຕ່ລະຂໍ້ສະເໜີຢ່າງພາວະວິໄສ, ຍຸຕິທຳ, ບໍ່ມີການຈຳແນກການປະພຶດ ແລະ ປະຕິບັດບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO).


TAG
VOV/VOVworld/ລົດໄຟຟ້າ/ຈີນ ແລະ ສະຫະພາບເອີຣົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ