logo

ຈີນ​ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເບື້ອງ​ຕົ້ນ​ກ່ຽວ​ກັບ ພາ​ສີ

2025/10/27 | 10:00:41
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈີນ He Lifeng ໄດ້ພົບປະກັບທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ຜູ້ຕາງໜ້າທາງການຄ້າ Jamieson Greer ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຢູ່ Kuala Lumpur.
ພາບປະກອບ: KEYSTONE/EDA/Martial Trezzini/REUTERS

ວັນທີ 26 ຕຸລາ, ຈີນ ແລະ ອາເມລິກາ ໄດ້ສິ້ນສຸດຮອບເຈລະຈາຄັ້ງໃໝ່ ຢູ່ນະຄອນຫຼວງ Kuala Lumpur, ມາເລເຊຍ. ປັກກິ່ງ ໃຫ້ຮູ້ວ່າສອງປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມເບື້ອງຕົ້ນ ກ່ຽວກັບ ບັນດາບັນຫາ, ລວມມີການຕໍ່ກຳນົດພາສີອາກອນ, fentanyl ແລະ ການຄວບຄຸມການສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີ ຈີນ He Lifeng ໄດ້ພົບປະກັບທ່ານລັດຖະມົນຕີການເງິນ ອາເມລິກາ Scott Bessent ແລະ ຜູ້ຕາງໜ້າທາງການຄ້າ Jamieson Greer ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຢູ່ Kuala Lumpur. ຕາມຂໍ້ມູນໄດ້ຮັບຈາກຝ່າຍ ຈີນ ແລ້ວ, ສອງຝ່າຍໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ມີລັກສະນະສ້າງສັນ ກ່ຽວກັບບັນດາບັນຫາເສດຖະກິດ - ການຄ້າ ສຳຄັນຕ່າງຝ່າຍຕ່າງມີຄວາມສົນໃຈ. ຈີນ ແລະ ອາເມລິກາ ເຫັນດີເປັນເອກະພາບຈະເສີມຂະຫຍາຍກົນໄກປຶກສາຫາລືເສດຖະກິດ - ການຄ້າສອງຝ່າຍ, ຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກ່ຽວກັບບັນດາຄວາມສົນໃຈຂອງກັນ, ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ຂອງສອງປະເທດໃຫ້ມີການພັດທະນາຢ່າງໂປ່ງໃສ, ມີສະຖຽນລະພາບ ແລະ ຍືນຍົງ.

TAG
VOV/VOVworld/ຈີນ/ອາ​ເມ​ລິ​ກາ/ການ​ຄ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ