logo

ຈາກໝູ່ບ້ານອາຊີບກາຍເປັນສະຖານທີ່ທ່ອງທ່ຽວ ວ້ານດຽມ

2025/4/18 | 05:13:57
(VOVWORLD) - ໝູ່ບ້ານອາຊີບໄມ້ ວ້ານດຽມ ຂຶ້ນກັບຕາແສງ ວ້ານດຽມ, ເມືອງ ເທື່ອງຕິນ, ຮ່າໂນ້ຍ ມີຊື່ສຽງດ້ວຍບັນດາຜະລິດຕະພັນໄມ້ທີ່ເປັນມູນເຊື້ອທີ່ສວຍງາມຍອດຍິ່ງ. ພະແນກທ່ອງທ່ຽວ ຮ່າໂນ້ຍ ໄດ້ຮັບຮູ້ໝູ່ບ້ານອາຊີບແຫ່ງນີ້ ແມ່ນສະຖານທີ່ທ່ອງທ່ຽວຂັ້ນສູງ.

ບັນດານາຍຊ່າງເຮັດຜະລິດຕະພັນຢ່າງດຸໝັ່ນ (ພາບ: velang.vn )

   ເມື່ອມາຢ້ຽມຢາມໝູ່ບ້ານອາຊີບໄມ້ ວ້ານດຽມ ພວກເຮົາຈະເຫັນວ່າ ແຫ່ງນີ້ເໝືອນກັບໂຮງຈັກຜະລິດໄມ້. ບັນດານາຍຊ່າງໄດ້ເຮັດວຽກຢ່າງດຸໝັ່ນໃນຕະຫຼອດວັນພ້ອມກັບສຽງເລືອ່ຍໄມ້, ສຽງຄ້ອນຕີ, ສຽງຖາກ, ເຈາະ, ຄວັດ…ດັງຂຶ້ນຢູ່ທຸກບ່ອນ. ດ້ວຍປະຫວັດສາດອາຊີບໄມ້ທີ່ມີກ່ວາໜຶ່ງສັດຕະວັດ, ວ້ານດຽມ ໄດ້ກາຍເປັນໜຶ່ງໃນບັນດາໝູ່ບ້ານອາຊີບໄມ້ທີ່ມີຊື່ສຽງຢູ່ ຫວຽດນາມ. ທ່ານ ຮ່ວາງກີ່ຕ້າຍ ປະທານສະຫະສະມາຄົມໝູ່ບ້ານອາຊີບ ວ້ານດຽມ ແບ່ງປັນວ່າ:

ຢູ່ນີ້ມີໂຕ້ຕັ່ງເຮັດດ້ວຍໄມ້ແຕ້ຂ້າບັນດາລວດລາຍແກ້ຄັວດສະລັກ ໂດຍບັນດານາຍຊ່າງ, ນັກສິລະປະກອນໃນໝູບ້ານເຮັດເອງ. ຜະລິດຕະພັນທັງໝົດແມ່ນບັນດານາຍຊ່າງຂອງໝູ່ບ້ານຜະລິດອອກມາ.

ມອບຂໍ້ຕົກລົງຮັບຮູ້ສະຖານທີ່ທ່ອງທ່ຽວໝູ່ບ້ານອາຊີບໃຫ້ແກ່ຄະນະກຳມະການ ປຊຊ ຕາແສງ ວ້ານດຽມ ເດືອນເມສາປີ 2023 (ພາບ: thuonghieuvaphapluat.vn )

   ສິ່ງທີ່ສ້າງຄວາມດູດດື່ມຂອງ ໝູ່ບ້ານອາຊີບໄມ້ ວ້ານດຽມ ບໍ່ພຽງແຕ່ແມ່ນຄຸນນະພາບຜະລິດຕະພັນເທົ່ານັ້ນ, ຫາກຍັງແມ່ນມູນເຊື້ອຂອງໝູ່ບ້ານອີກດ້ວຍ. ຢູ່ໝູ່ບ້ານແຫ່ງນີ້, ມີຫຼາຍຄອບຄົວມີມູນເຊື້ອຫຼາຍລຸ້ນຄົນໄດ້ເຮັດອາຊີບຊ່າງໄມ້. ບັນດານາຍຊ່າງ ວ້ານດຽມ ບໍ່ພຽງແຕ່ໄດ້ຮຽນຮູ້ຈາກລຸ້ນພໍ່ລຸ້ນອ້າຍ ໃນການຮັກສາອາຊີບເທົ່ານັ້ນ, ຫາກຍັງມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່ ເພື່ອໃຫ້ຜະລິດຕະພັນຂອງຕົນ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດອີກດ້ວຍ. ປ້າ ກວ່ຽນທິກີມແອັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ວ້ານດຽມ ໃຫ້ຮູ້ວ່າ:

ປະຈຸບັນ, ໃນໝູ່ບ້ານມີກ່ວາ 800 ຄອບຄົວ, ໃນນັ້ນມີ 600 ຄອບຄົວໄດ້ເຂົ້າຮ່ວມການຜະລິດເຄື່ອງເຟີນີເຈີ. ບັນດາຄອບຄົວໄດ້ເຂົ້າຮ່ວມດ້ວຍບົດບາດທີ່ແຕກຕ່າງກັນຄື: ທຳການຄ້າຂາຍ, ຕັດໄມ້, ຜະລິດ…ປະຈຸບັນ, ຜະລິດຕະພັນຂອງ ວ້ານດຽມ ຍັງມີການໜູນຊ່ວຍຂອງວິທະຍາສາດເຕັກນິກ ໃນຂອດຜະລິດ, ພິເສດ,  ຂອດແກ້ຄວັດສະລັກ ກໍ່ໄດ້ນຳໃຊ້ເຄື່ອງຈັກອັດຕະໂນມັດ.

ນາຍຊ່າງ ໝູ່ບ້ານອາຊີບໄມ້ ວ້ານດຽມ ມີຄວາມເກັ່ງກ້າສາມາດ, ມີຫົວຄິດປະດິດສ້າງ. ເຂົ້າເຈົ້າໄດ້ເຮັດເຄື່ອງຫັດຖະກຳສີລະປະທີ່ມີຊື່ສຽງຕາມແບບວີທີບູຮານ ແລະ ທັນສະໄໝ. ຫຼາຍຜະລິດຕະພັນໄມ້ ວ້ານດຽມ ໄດ້ສົ່ງອອກໄປຍັງຫຼາຍປະເທດ. ທ່ານ ຮ່ວາງກີ່ເຍີ້ນ ນັກສິລະປະກອນຢູ່ ໝູ່ບ້ານອາຊີບໄມ້ ວ້ານດຽມ ເລົ່າສູ່ຟັງວ່າ:

ຍາມໃດ ແນວຄວາມຄິດຂອງນາຍຊ່າງກໍ່ໄປທັນກັບຄວາມນິຍົມຂອງຕະຫຼາດ. ຕົວຢ່າງຄື: ແກ້ຄັດສະຫຼັກເໝາະສົມກັບຄວາມມັກຮັກຂອງລຸ້ນໜຸ່ມ, ນາຍຊ່າງກຳໄດ້ຄວາມໃນໃຈຄືແນວນັ້ນຈື່ງຈະສາມາດອອກແບບຮູບແບບໄດ້. ເມື່ອອອກແບບໃນຄອມແລ້ວ, ເຮັດຕົວຈິງເຫັນວ່າເໝາະສົມ ຈຶ່ງຈະເລີ່ມຜັນຂະຫຍາຍ.

ຍ້ອນການພັດທະນາຂອງ ໝູ່ບ້ານອາຊີບໄມ້, ໝູ່ບ້ານອາຊີບໄມ້ ວ້ານດຽມ ໄດ້ສ້າງຕັ້ງສະຖານທີ່ທ່ອງທ່ຽວ. ສະຖານທີ່ທ່ອງທ່ຽວ ວ້ານດຽມ ມີເນື້ອທີ່ເກືອບ 70 ເຮັກຕາ ດ້ວຍເຂດເຕົ້າໂຮມບັນດາຄອບຄົວເຮັດອາຊີບ, ວາງສະແດງຜະລິດຕະພັນ, ເຂດບໍລິການກິນດື່ມ ແລະ ການບໍລິການອື່ນໆ. ມາຢ້ຽມຢາມ ໝູ່ບ້ານອາຊີບໄມ້ ວ້ານດຽມ, ແຂກທ່ອງທ່ຽວຈະໄດ້ຢ້ຽມຢາມ ໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ນ້ຳສ້າງບູຮານ, ບ້ານບູຮານ, ຕົ້ນໂພ-ຕົ້ນມໍລະດົກ…ສົມທົບກັບການລົງຕົວຈິງ, ພັກເຊົ່າ, ຢ້ຽມສາລາບ້ານ, ວັດວາອາຮາມ, ວິຫານ…. ໝູ່ບ້ານອາຊີບໄມ້ ວ້ານດຽມ ໄດ້ເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວອື່ນໆໃນເມືອງ ເທື່ອງຕິນ ອີກດ້ວຍ. ປ້າ ກວ່ຽນທິກີມແອັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ວ້ານດຽມ ໃຫ້ຮູ້ວ່າ:

ເພື່ອຮັບປະກັນການທ່ອງທ່ຽວ, ກ່ອນອື່ນໝົດ, ຕາແສງໄດ້ເສີມຂະຫຍາຍທ່າໄດ້ປຽບທີ່ມີຢູ່ແລ້ວຂອງສະຖານທີ່ທ່ອງທ່ຽວ ໝູ່ບ້ານອາຊີບຜະລິດໄມ້. ຕາແສງ ວ້ານດຽມ ໄດ້ຫັນປ່ຽນໂຄງປະກອບເສດຖະກິດ ຕາມທິດເພີ່ມອັດຕາສ່ວນດ້ານຄຸນຄ່າການທ່ອງທ່ຽວບໍລິການ, ສ້າງຫຼາຍວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ. ພ້ອມກັນນັ້ນ ໄດ້ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທ້ອງຖິ່ນ. ປະຈຸບັນ, ຕາແສງ ວ້ານດຽມ ໄດ້ສະຫງວນເນື້ອທີ່ດິນເພື່ອພັດທະນາ ໝູ່ບ້ານອາຊີບໄມ້  ແລະ ສະຖານທີ່ທ່ອງທ່ຽວ ໝູ່ບ້ານອາຊີບເພື່ອພັດທະນາການທ່ອງທ່ຽວ.

ຖ້າຫາກວ່າກ່ອນນີ້, ໝູ່ບ້ານອາຊີບໄມ້ ວ້ານດຽມ ມີຄວາມຄັບຄາໜ້າແໜ້ນ ກ່ຽວກັບການຜະລິດ ຫຼືຄ້າຂາຍເຄື່ອງເຟີນີເຈີ, ແຕ່ປະຈຸບັນ, ທາງໝູ່ບ້ານມີຄວາມຟົດຟື້ນຍ້ອນການມີໜ້າຂອງແຂກທ່ອງທ່ຽວ. ຫຼາຍຄະນະແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ລັ່ງໄຫຼມາເຈືອຈານເຂົ້າກັບຈັງຫວະການດຳລົງຊີວິດຂອງ ໝູ່ບ້ານອາຊີບໄມ້ທີ່ເປັນມູນເຊື້ອແຫ່ງນີ້./.

TAG
VOV/VOVworld/ຈາກ​ໝູ່​ບ້ານ​ອາ​ຊີບ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ວ້າ​ນດຽມ/ປ້າ ກວ່ຽນທິກີມແອັງ ຮອງປະທານຄະນະກຳມະການ ປຊຊ ຕາແສງ ວ້ານດຽມ/ທ່ານ ຮ່ວາງກີ່ຕ້າຍ ປະທານສະຫະສະມາຄົມໝູ່ບ້ານອາຊີບ ວ້ານດຽມ/ທ່ານ ຮ່ວາງກີ່ເຍີ້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ