logo

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ເຂດ ກາ​ຊາ ຫຼາຍກວ່າ 70.000 ຄົນ

2025/11/30 | 10:07:24
(VOVWORLD) - ຈຳນວນຜູ້ເສຍຊີວິດໃນ 2 ປີປາຍເກີດສົງຄາມຢູ່ເຂດ ກາຊາ ໄດ້ຂຶ້ນເຖິງ 70.100 ຄົນ, ສູງກວ່າຫຼາຍເມື່ອທຽບໃສ່ບັນດາການຕີລາຄາ ຂອງວົງການນັກວິໄຈໃນຈຸດເວລາເກີດການປະທະກັນໃນເບື້ອງຕົ້ນເມື່ອເດືອນ ຕຸລາ 2023.
ເຮືອນຊານບ້ານຂອງຂອງເຂດ ກາຊາ ຖືກພັງທະລາຍຍ້ອນສົງຄາມ, ວັນທີ 24/11/2025.
  (ພາບ: REUTERS/Dawoud Abu Alkas)

ໂດຍບໍ່ຫົວຊາຕໍ່ຄຳສັ່ງຢຸດຍິງໄດ້ມີຜົນສັກສິດ, ບາດເຈັບລົ້ມຕາຍຍ້ອນສົງຄາມຢູ່ເຂດ ກາຊາ ສືບຕໍ່ເພີ່ມຂຶ້ນ. ແຈ້ງການໄດ້ປະກາດໃນວັນທີ  29 ພະຈິກ ຂອງກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນ 2 ປີປາຍເກີດສົງຄາມຢູ່ເຂດ ກາຊາ ໄດ້ຂຶ້ນເຖິງ 70.100 ຄົນ, ສູງກວ່າຫຼາຍເມື່ອທຽບໃສ່ບັນດາການຕີລາຄາ ຂອງວົງການນັກວິໄຈໃນຈຸດເວລາເກີດການປະທະກັນໃນເບື້ອງຕົ້ນເມື່ອເດືອນ ຕຸລາ 2023. ໃນນັ້ນ, ພຽງແຕ່ໃນ 1 ເດືອນຢຸດຍິງຜ່ານມາ, ທົ່ວເຂດ ກາຊາ ຮັບຮູ້ມີຜູ້ເສຍຊີວິດ 354 ຄົນ, ລ້ວນແຕ່ເປັນຜູ້ປະສົບເຄາະຮ້າຍໃນບັນດາບັ້ນບຸກໂຈມຕີຂອງກອງທັບ ອິດສະຣາແອັນ ກໍ່ຂຶ້ນ.

ເຖິງຢ່າງໃດກໍຕາມ, ໃນແຈ້ງການບໍ່ໄດ້ເຕື້ອງເຖິງຈຳນວນຜູ້ຖືກບາດເຈັບທັງໝົດ ກໍຄືອັດຕາສາມັນຊົນໃນຈຳນວນຜູ້ບາດເຈັບ ແລະ ເສຍຊີວິດດັ່ງກ່າວ.

ນັກຂ່າວ VOV  ປະຈຳ ອີຢິບ

TAG
VOV/VOVworld/ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຢູ່​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ