logo

ຈຳ​ນວນແຂກ​ທ່ອງ​ທ່ຽວ ເອີ​ຣົບ ເດີນ​ທາງມາ ຫວຽດ​ນາມ ເພີ່ມ​ຂຶ້ນ​ລະ​ດັບ​ສິ​ຖິ​ຕິ

2025/10/7 | 07:54:00
(VOVWORLD) - ຈຳນວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມໃນສາມໄຕມາດຕົ້ນປີ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນດ້ວຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 15,4 ລ້ານເທື່ອຄົນໃນ 9 ເດືອນຕົ້ນປີ 2025 (ພາບ: VOV)

ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 15,4 ລ້ານເທື່ອຄົນໃນ 9 ເດືອນຕົ້ນປີ 2025, ເພີ່ມຂຶ້ນ 21,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ດ້ວຍນະໂຍບາຍວີຊາ (visa) ອຳນວຍຄວາມສະດວກ, ບັນດາລາຍການໂຄສະນາ, ສົ່ງເສີມການທ່ອງທ່ຽວໄດ້ຮັບການຍູ້ແຮງ ພ້ອມກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນບຸນໃຫຍ່ຂອງປະເທດຊາດ ໄດ້ດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຈຳນວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມໃນສາມໄຕມາດຕົ້ນປີ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນດ້ວຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລະດັບເພີ່ມຂຶ້ນໄດ້ຮັບການຮັບຮູ້ ຢູ່ບັນດາຕະຫຼາດຫຼັກຄື ສະຫະພັນ ລັດເຊຍ ເພີ່ມຂຶ້ນກວ່າ 245%, ໂປໂລຍ 55%, ໂຮນລັງ 35%, ຝລັ່ງ 32,3%, ອັງກິດ ກວ່າ 29%, ເຢຍລະມັນ ເກືອບ 24%... ບັນດາຕະຫຼາດເຕີບໂຕຢ່າງແຮງນັ້ນ ສ່ວນຫຼາຍແມ່ນກຸ່ມປະເທດໄດ້ຮັບການຍົກເວັ້ນວີຊາ ນັບແຕ່ວັນທີ 15 ສິງຫາ, ລວມມີ: ແບນຊິກ, ບຸນກາຣີ, ກຣົວຊີ, ສ.ເຊັກໂກ, ຮຸງກາຣີ, ໂຮນລັງ, ໂປໂລຍ, ສະວິດ… ດ້ວຍກຳນົດເວລາ 45 ວັນ. ນອກຈາກນັ້ນ, ຈຳນວນແຂກທ່ອງທ່ຽວທີ່ມາຈາກບັນດາປະເທດ ເອີຣົບຕາເວັນຕົກ ທີ່ໄດ້ຮັບການຍົກເວັ້ນວີຊາໃນຫຼາຍປີຜ່ານມາ ກໍສືບຕໍ່ຮັກສາທ່າເຕີບໂຕ.


 

TAG
VOV/VOVworld/ແຂກ​ທ່ອງ​ທ່ຽວ​ເອີ​ຣົບ/ນະໂຍບາຍວີຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ