logo

ຊຸກຍູ້ກົນໄກການຮ່ວມມື ອາຊຽນ + 3 ໃນໄລຍະພາຍຫລັງສ້າງຕັ້ງປະຊາຄົມ

2018/8/4 | 08:01:00
(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 51, ກອງປະຊຸມລັດຖະມົນຕີ ອາຊຽນ ກັບ 3 ປະເທດຄູ່ຮ່ວມມື ນັ້ນແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ
 ຊຸກຍູ້ກົນໄກການຮ່ວມມື ອາຊຽນ + 3 ໃນໄລຍະພາຍຫລັງສ້າງຕັ້ງປະຊາຄົມ (ພາບ: http://infonet.vn)

ໄດ້ດຳເນີນໃນຕອນເຊົ້າວັນທີ 04 ສິງຫາ ແລະ  ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດແຜນການວຽກງານ ອາຊຽນ + 3 ໄລຍະ 3 ແຕ່ປີ 2018 – 2022. ບັນດາລັດຖະມົນຕີກໍ່ໃຫ້ຄຳໝັ້ນສັນຍາວ່າ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ ແລະ ຊຸກຍູ້ກົນໄກຮ່ວມມື ອາຊຽນ + 3 ຢ່າງມີປະສິດທິຜົນ, ແທດຈິງ.

        ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາການຜັນແປຂອງກອງປະຊຸມຢູ່ນອກກອງປະຊຸມ ອາຊຽນ + 3, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກໍ່ຖືວ່າ: ການຮ່ວມມືຂອງກົນໄກ ອາຊຽນ + 3 ມີຄວາມໝາຍສຳຄັນໃນການຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນອາຊີຕາເວັນອອກ.

        ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ, ຖືນີ້ແມ່ນຜົນປະໂຫຍດລວມຂອງປະເທດຕ່າງໆ. ບັນດາລັດຖະມົນຕີໄດ້ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງຄົບຖ້ວນ ແລະ ມີຄວາມຮັບຜິດຊອບ, ລະງັບໃຈ, ບໍ່ມີບັນດາການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ສະພາບການສັບສົນ, ບໍ່ໃຊ້ກຳລັງການທະຫານ ແລະ ແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຍູ້ໄວວິວັດການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC. ບັນດາລັດຖະມົນຕີກໍ່ຊົມເຊີຍບາດກ້າວໃໝ່ຕ່າງໆ ລະຫວ່າງ ອາຊຽນ ແລະ ຈີນ ໃນເລື່ອງບັນລຸໄດ້ຄວາມເຫັນດີກ່ຽວກັບຮ່າງເອກະສານ ໃນວິວັດທະນາການປຶກສາຫາລືກ່ຽວກັບ COC, ສ້າງພື້ນຖານໃຫ້ການເຈລະຈາ COC ໃນອະນາຄົດ.

TAG
VOV/VOVworld/ອາຊຽນ + 3/ສ້າງຕັ້ງປະຊາຄົມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ