logo

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣຸໄນ

2025/12/1 | 09:14:52
(VOVWORLD) - ການຢ້ຽມຢາມຄັ້ງນີ້ຈະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣຸໄນ ໃຫ້ນັບມື້ນັບພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າ.

ຕອນບ່າຍວັນທີ 30 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບກະສັດ ບຣຸໄນ Darussalam Haji Hassanal Bolkiah ທີ່ຢ້ຽມຢາມທາງລັດຖະກິດ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣຸໄນ ໃຫ້ນັບມື້ນັບພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນກວ່າ. ທ່ານສະເໜີໃຫ້ 2 ປະເທດຊຸກຍູ້ການຮ່ວມມືທາງທະເລ, ໃນນັ້ນມີການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ສ່ວນກະສັດ ບຣຸໄນ Darussalam Haji Hassanal Bolkiah ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຄ້າສຳຄັນ, ປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດກະສິກຳ - ການກະເສດ, Halal, ສົ່ງເສີມວິສາຫະກິດ ຫວຽດນາມ ເປີດກວ້າງໃນຂະແໜງນ້ຳມັນອາຍແອັດ, ການພົວພັນແລກປ່ຽນປະຊາຊົນ ຜ່ານໂຄງການທຶນການສຶກສາ, ບຳລຸງສ້າງ.

TAG
VOV/VOVworld/ພົວ​ພັນ/​ຄູ່​ຮ່ວມມ​ື​/ຮອ​ບ​ດ້ານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ