logo

ຊຸກຍູ້ການຮ່ວມມືລັດຖະສະພາຢູ່ AIPA 46

2025/9/15 | 09:38:00
(VOVWORLD) - ການຢ້ຽມຢາມມີຄວາມໝາຍຍຸດທະສາດ, ປະກອບສ່ວນຊຸກຍູ້ການຮ່ວມມືລັດຖະສະພາ, ເປີດກວ້າງການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ 2 ປະເທດ.
(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອັກລິງ)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ພ້ອມກັບພັນລະຍາຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 46 (AIPA 46) ແລະ ມີການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ, ແຕ່ວັນທີ 16 – 20 ກັນຍາ. ການຢ້ຽມຢາມມີຄວາມໝາຍຍຸດທະສາດ, ປະກອບສ່ວນຊຸກຍູ້ການຮ່ວມມືລັດຖະສະພາ, ເປີດກວ້າງການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ດິງງອັກລິງ ໃຫ້ຮູ້ວ່າ:

“ມາເລເຊຍ ແມ່ນປະທານ AIPA 46, ໄດ້ເລືອກເອົາຫົວຂໍ້ “ສະພາແຫ່ງຊາດຢູ່ແນວໜ້າເພື່ອ ອາຊຽນ ເຕີບໂຕກວມລວມ ແລະ ຍືນຍົງ” ດ້ວຍຄວາມຫວັງວ່າ AIPA ຈະສືບຕໍ່ເສີມຂະຫຍາຍບົດບາດລັດຖະສະພາໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ. ເລື່ອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ເຂົ້າຮ່ວມ AIPA 46 ໄດ້ເປັນການສະແດງໃຫ້ເຫັນບົດບາດຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວລັດຖະສະພາພາກພື້ນ, ພ້ອມກັນນັ້ນ ກໍ່ເປີດກວ້າງການພົວພັນກັບລັດຖະສະພາບັນດາປະເທດອື່ນໃນໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ສວມບົດບາດສຳຄັນໃນການຊຸກຍູ້ບັນດາການສົນທະນາຫາລື ແລະ ກຳນົດຮູບແບບໝາກຜົນຂອງ AIPA 46”.

ທ່ານກໍ່ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີການພົບປະເຈລະຈາສຳຄັນກັບບັນດາການນຳຂັ້ນສູງຂອງ ມາເລເຊຍ.

TAG
VOV/VOVworld/ສະ​ພາ​/ແນວ​ໜ້າ​/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ