logo

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ

2021/10/15 | 10:12:25
(VOVWORLD) -ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.
ພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025 (ພາບ: TTXVN)

ວັນທີ 15 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນວັນເນັນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໂອ້ລົມສົນທະນາແບບທາງໄກກັບ ທ່ານອານຸພາບ ຕຸນາລົມ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ, ລາວ ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກັບ ອຳນາດການປົກຄອງ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025.

        ທີ່ພິທີ, ທ່ານ ຫງວຽນວັນເນັນ ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ຍາມໃດກໍ່ສ້າງເງື່ອນໄຂດີທີ່ສຸດເພື່ອຊຸກຍູ້ການຮ່ວມມືໃນການແລກປ່ຽນບົດຮຽນປະສົມການ ແລະ ຍົກສູງລະດັບ ໂດຍສະເພາະແມ່ນໃນຂົງເຂດການສຶກສາ - ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ, ການເງິນ; ສືບຕໍ່ໃຫ້ທຶນການສຶກສາ ແລະ ບຳລຸງສ້າງວິຊາຊີບໃຫ້ແກ່ພະນັກງານ, ປະຊາຊົນ ວຽງຈັນ ມາຮຽນຢູ່ ນະຄອນໂຮ່ຈີມິນ; ໜູນຊ່ວຍນະຄອນຫຼວງ ວຽງຈັນ ປະຕິບັດລາຍການກໍ່ສ້າງອຳນາດການປົກຄອງເອເລັກໂຕນິກ; ຊຸກຍູ້ການຄ້າ, ການລົງທຶນ… ເນື່ອງໃນໂອກາດນີ້, ສອງທ່ານກໍໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ນະຄອນຫຼວງ ວຽງຈັນ ໄລຍະ 2021 – 2025. ບໍລິສັດໃຫຍ່ ທ່ອງທ່ຽວ ໄຊງ່ອນ ໄດ້ມອບທຶນການສຶກສາ 5 ທຶນ ມີມູນຄ່າ 1,5 ຕື້ດົ່ງໃຫ້ແກ່ ນະຄອນຫຼວງ ວຽງຈັນ.

TAG
VOV/VOVworld/ນະ​ຄອນ ໂຮ່​ຈີ​ມິນ/ນະ​ຄອນຫຼວງວຽງ​ຈັນ/ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ