logo

ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ວຽງຈັນ​ໃນ​ໄລ​ຍະ​ໃໝ່

2021/11/17 | 11:42:28
(VOVWORLD) -ຕອນເຊົ້າວັນທີ 17 ພະຈິກ, ທ່ານດິງຕຽນຢຸງ ເລຂາຄະນະພັກນະຄອນຮ່າໂນ້ຍ ໄດ້ພົບປະເຈລະຈາທາງໄກ ກັບ ທ່ານ ອະນຸພາບ ຕຸນາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ລາວ).

ການພົບປະເຈລະຈາທາງໄກ ລະຫວ່າງ ຄະນະພັກນະຄອນ ຮ່າໂນ້ຍ  ແລະ ຄະນະພັກນະຄອນ ວຽງຈັນ

ແລກປ່ຽນກ່ຽວກັບການກຳນົດທິດການຮ່ວມມື ລະຫວ່າງສອງນະຄອນຫຼວງ ໃນໄລຍະຈະມາເຖິງ, ທ່ານ ດິງຕຽນຢຸງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນພົວພັນລະຫວ່າງ 2 ຝ່າຍຢູ່ທຸກຂັ້ນ, ສຸມໃສ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດຄືກະສິກຳ, ການສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຍຸຕິທຳ, ແຮງງານ - ສະຫວັດດີການ ແລະ ສັງຄົມ. ສອງນະຄອນ ກໍ່ຄົ້ນຄ້ວາ ຜັນຂະຫຍາຍມາດຕະການຊຸກຍູ້ ການຮ່ວມມືລົງທຶນ, ການຄ້າ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ປັບປຸງນ້ຳໃຈມິດຕະພາບ, ຄົ້ນຄ້ວາ ແລະ ພິຈາລະນະປະຕິບັດການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືສອງຝ່າຍໃນໄລຍະໃໝ່ ຊຶ່ງເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຮ່ວມມືລະຫວ່າງສອງນະຄອນໃນໄລຍະຈະມາເຖິງ.

ສ່ວນທ່ານ ອະນຸພາບ ຕຸລາລົມ ກໍ່ປາດຖະໜາຢາກໃຫ້ນະຄອນຫຼວງສອງປະເທດ ພ້ອມກັນຄົ້ນຄ້ວາ, ສ້າງສູນການຄ້າ, ການທ່ອງທ່ຽວ, ເລືອກເອົາບັນດາວິສາຫະກິດ ສອງ 2 ຝ່າຍເປັນພົວແທນພົບປະກັນ, ແລກປ່ຽນເຈລະຈາຊຸກຍູ້ການຮ່ວມມືຄ້າຂາຍ, ການທ່ອງທ່ຽວ, ການນຳນະຄອນຫຼວງຮ່າໂນ້ຍ ສືບຕໍ່ສະໜັບສະໜູນ ບັນດາໂຄງການຮ່ວມມືທີ່ມີປະສິດທິຜົນແລ້ວ ຄືໂຄງການກ່ຽວກັບກະສິກຳ, ສະໜັບສະໜູນການຮ່ວມມືລະຫວ່າງພະແນກແຮງງານ ຂອງ 2 ນະຄອນຫຼວງໃນໂຄງການຊ່ວຍເຫຼືອກໍ່ສ້າງອາຄານສັງຄົມ ຢູ່ ນະຄອນຫຼວງ ວຽງຈັນ…

TAG
VOV/VOVworld/​ຮ່າ​ໂນ້ຍ/ວຽງຈັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ