logo

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

2025/11/19 | 11:00:57
(VOVWORLD) - ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາດຊະຍາກຳການຄ້າມະນຸດ.
ກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6) (ພາບ:VGP)

ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດໃນສັງກາດດີຈີຕອນ”, ຕອນເຊົ້າວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະມົນຕີບັນດາປະເທດເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ ຄັ້ງທີ 6 (IMM6), ຂໍ້ລິເລີ່ມສົມທົບຂັ້ນລັດຖະມົນຕີກ່ຽວກັບການປ້ອງກັນຕ້ານການຄ້າມະນຸດຢູ່ບັນດາປະເທດ ເຂດອະນຸພາກພື້ນແມ່ນ້ຳຂອງ (ວິວັດການ COMMIT). ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາດຊະຍາກຳການຄ້າມະນຸດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດນາມ ຮັບດຳລົງບົດບາດເປັນປະທານກອງປະຊຸມ IMM 6 ບໍ່ພຽງແຕ່ແມ່ນສິ່ງພິສູດໃຫ້ແກ່ຈິດໃຈເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈເຊິ່ງກັນແລະກັນເທົ່ານັ້ນ ຫາກຍັງແມ່ນບາດກ້າວເດີນສຳຄັນເພື່ອປັບປຸງ ແລະ ເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບເລິກເຊິ່ງກວ່າອີກ, ພ້ອມກັນພັດທະນາແບບຍືນຍົງລະຫວ່າງບັນດາປະເທດຢູ່ເຂດອະນຸພາກພື້ນ ແມ່ນ້ຳຂອງເປີດກວ້າງ.

TAG
VOV/VOVworld/ຫວຽດ​ນາມ/​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ/IMM 6

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ