logo

ຊຸກຍູ້ການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນ ລະຫວ່າງ ຫວຽດນາມ ແລະ ອີຕະລີ ຂື້ຶ້ນສູ່ລະດັບສູງໃໝ່

2025/9/19 | 10:21:59
(VOVWORLD) - ໃນວັນທີ 18 ກັນຍາ, ກະຊວງການເງິນຫວຽດນາມ ໄດ້ຈັດເວທີປາໄສການເຊື່ອມຕໍ່ການລົງທຶນ ປີ 2025 ທີ່ ເມືອງເອກມິລານ ເຂດລົມບາດີ, ອີຕາລີ. 

ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນຫວຽດນາມ ໄດ້ມີຄໍາເຫັນໃນເວທີດັ່ງກ່າວ, ທ່ານໃຫ້ຮູ້ວ່າ: ໃນສະພາບການທີ່ເສດຖະກິດທົ່ວໂລກພວມຜັນແປຄືໃນປະຈຸບັນ, ເສດຖະກິດ ຫວຽດນາມ ຍັງສືບຕໍ່ສະແດງເຫັນການຟື້ນຟູຢ່າງຕັ້ງໜ້າ ແລະ ກາຍເປັນຈຸດໝາຍປາຍທາງ ການລົງທຶນທີ່ໜ້າສົນໃຈຢູ່ພາກພື້ນອາຊີ. ປະຈຸບັນມີ 162 ໂຄງການ ຂອງນັກລົງທຶນ ອີຕາລີ ພວມລົງທຶນຢູ່ຫວຽດນາມ ລວມມູນຄ່າຫຼາຍກວ່າ 624 ລ້ານ USD, ຈັດຢູ່ໃນອັບດັບທີ 32 ຂອງຈໍານວນ 151 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ຫວຽດນາມ. ກົງກັນຂ້າມ, ຫວຽດນາມໄດ້ລົງທຶນ 11 ໂຄງການ ຢູ່ ອີຕາລີ ລວມມູນຄ່າການລົງທຶນເກືອບ 7 ແສນ USD. ທ່ານ ລັດຖະມົນຕີກະຊວງການເງິນໄດ້ຢັ້ງຢືນວ່າ ກໍາລັງບົ່ມຊ້ອນການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ລະຫວ່າງ ຫວຽດນາມ ແລະ ອີຕາລີ ຍັງຄົງມີທ່າແຮງບົ່ມຊ້ອນເພື່ອສືບຕໍ່ພັດທະນາ.

ທີ່ເວທີປາໃສ, ທ່ານ Raffaele Cattne, ເຈົ້າຄອງເຂດລົມບາດີ ໄດ້ຂື້ນແບ່ງປັນກ່ຽວກັບໂອກາດ ແລະ ຄວາມສາມາດບົ່ມຊ້ອນ ການເຊື່ອມຕໍ່ການລົງທຶນເຂົ້າຫວຽດນາມ ຂອງບັນດາວິສາຫະກິດ ອີຕາລີ, ທ່ານ ໄດ້ໃຫ້ຮູ້ວ່າ ປະຈຸບັນການແລກປຽກການຄ້າ ຫວຽດນາມ-ອີຕາລີ ມີຄວາມສະດວກສະບາຍກວ່າ, ເມື່ອມີສາຍການບິນໄປເຖິງ ເມືອງເອກມິລານ ໂດຍກົງ. ທ່ານ ເຈົ້າຄອງເຂດລົມບາດີ ໄດ້ສະແດງຄວາມປາດຖະໜາຢາກຮ່ວມມືກັບທ້ອງຖິ່ນຂອງຫວຽດນາມ ຈຳນວນໜຶ່ງ ເພື່ອເພີ່ມທະວີການແລກປ່ຽນ, ການລົງທຶນໃຫ້ມີປະສິດທິຜົນ.

TAG
VOV/VOVworld/ການຮ່ວມມືເສດຖະກິດ-ການຄ້າ-ການລົງທຶນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ