logo

ຊຸກຍູ້ດ້ານການຄ້າ, ການຮ່ວມມື ແລະ ລົງທຶນລະຫວ່າງ ຫວຽດນາມ - ລາວ ກວ່າອີກ

2022/4/12 | 09:47:16
(VOVWORLD) -ໝາກຜົນໜ້າຊື່ນຊົມຈາກວົງເງິນການຄ້າລະຫວ່າງ ລາວ - ຫວຽດນາມ ໃນໄລຍະຜ່ານມາ ແມ່ນເງື່ອນໄຂທີ່ດີຊ່ວຍຟື້ນຟູພື້ນຖານເສດຖະກິດຂອງ ລາວ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ
(ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 11 ເມສາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ພ້ອມກັບການນຳຂັ້ນສູງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ, ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເນັ້ນໜັກວ່າ ໝາກຜົນໜ້າຊື່ນຊົມຈາກວົງເງິນການຄ້າລະຫວ່າງ ລາວ - ຫວຽດນາມ ໃນໄລຍະຜ່ານມາ ແມ່ນເງື່ອນໄຂທີ່ດີຊ່ວຍຟື້ນຟູພື້ນຖານເສດຖະກິດຂອງ ລາວ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ; ການພັດທະນາດ້ານການຄ້າ, ການຮ່ວມມື ແລະ ລົງທຶນລະຫວ່າງ 2 ປະເທດຕ້ອງໄດ້ສຸມໃສ່ ແລະ ພັດທະນາຢ່າງແຮງກວ່າອີກ ເພື່ອສອດຄ່ອງກັບການພົວພັນດ້ານການເມືອງພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

        ສ່ວນທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫງວຽນຮົ່ງຢຽນ ຢືນຢັນວ່າ, ທາງກະຊວງຈະມານະພະຍາຍາມສົມທົບກົບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກວ່າອີກ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບບັນລຸປະສິດທິຜົນ, ນຳໃຊ້ທ່າແຮງຄວາມສາມາດບົ່ມຊ້ອນຂອງ ລາວ ແລະ  ຫວຽດນາມ ໃຫ້ເປັນຢ່າງດີທີ່ສຸດ, ສ້າງກົນໄກຮ່ວມມືທີ່ສະດວກ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ, ກໍ່ຄືສັງຄົມໃຫ້ແກ່ປະຊາຊົນ 2 ປະເທດ.

        ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງພະລັງງານບໍ່ແຮ່ ລາວ ດາວວົງ ພອນແກ້ວ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ລາວ ຄຳແພງ ໄຊສົມແພງ, ໄດ້ເປັນປະທານເວທີປາໄສວິສາຫະກິດ ລາວ - ຫວຽດນາມ ໃນຂົງເຂດພະລັງງານ ແລະ ບໍ່ແຮ່.

TAG
VOV/VOVworld/​ຄວບ​ຄຸມ; ​ການພັດ​ທະ​ນາ/​ກາ​ນ​ຄ້າ/ການ​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ