ຊຸດເສື້ອຍາວແມ່ນເຄື່ອງນຸ່ງປະຈຳຊາດ, ແມ່ນຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມ. ໃນຊຸມປີຜ່ານມາ, ແມ່ຍິງຈະເຊີດຊູ ແລະ ນຸ່ງຊຸດເສື້ອຍາວຫຼາຍກວ່າ ແລະ ຮູບພາບຊຸດເສື້ອຍາວຂອງເພດຊາຍນັ້ນ ສ່ວນຫຼາຍແມ່ນໄດ້ເຫັນພຽງແຕ່ຢູ່ຟິມຮູບເງົາ ແລະ ບັນດາລາຍການສະແດງສິລະປະເທົ່ານັ້ນ… ໃນ 2 – 3 ປີມານີ້, ນັບແຕ່ເມື່ອສະໂມສອນເສື້ອຍາວປະຈຳຊາດຂອງເພດຊາຍ ຂອງກຸ່ມ ດິ່ງລ່າງຫວຽດ ໄດ້ຮັບການສ້າງຕັ້ງຂຶ້ນ ເຊິ່ງໄດ້ເຕົ້າໂຮມບັນດາຜູ້ນິຍົມຊົມຊອບ ແລະ ນຸ່ງຊຸດເສື້ອຍາວປະຈຳຊາດ. ບັນດາສະມາຊິກໃນສະໂມສອນດັ່ງກ່າວນັ້ນ ແມ່ນບັນດາຜູ້ທີ່ຕັ້ງໜ້າໂຄສະນາໃຫ້ແກ່ເຄື່ອງໝາຍຂອງຊາດ, ວັດທະນະທຳໃນການນຸ່ງຖື ແລະ ຂົນຂວາຍໃຫ້ປະຊາຊົນມີຄວາມໝັ້ນໃຈເມື່ອນຸ່ງຊຸດເສື້ອຍາວຂອງເພດຊາຍໃນໂອກາດງານບຸນ, ບຸນເຕັດ.
 |
| ຊຸດເສື້ອຍາວຂອງເພດຊາຍມີເອກະລັກສະເພາະເຊິ່ງໄດ້ແບ່ງອອກເປັນ 3 ຊະນິດຄື: ເສື້ອຍາວປ່ຽງດຽວ, ເສື້ອຍາວສັບໃນ ແລະ ເສື້ອຍາວຄູ່. |
 |
| ບັນດາເອກອັກຄະລັດຖະທູດຫວຽດນາມ ແລະ ບັນດາຜູ້ເຮັດວຽກໃນຂະແໜງການຕ່າງປະເທດຫວຽດນາມ ໄດ້ນຸ່ງຊຸດເສື້ອຍາວຢູ່ບັນດາການເຄື່ອນໄຫວຂອງສະຖານທູດນັບມື້ນັບຫຼາຍກວ່າເປັນຕົ້ນແມ່ນທ່ານ ເຈິ່ນງອັກອານ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລາຊາອານາຈັກອັງກິດ, ທ່ານ ຟ້າມແຊັງເຈົາ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳ ອິນເດຍ, ທັງຢູ່ ເນປານ ແລະ ບູຕານ; ທ່ານ ໂງເຮື໊ອງນາມ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳອົດສະຕາລີ. ໃນນັ້ນ, ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົາ ແມ່ນໜຶ່ງໃນບັນດາຜູ້ມີຄວາມຕັ້ງໜ້າທີ່ສຸດ. |
 |
| ນອກຈາກການຟື້ນຟູການນຸ່ງຊຸດເສື້ອຍາວຂອງເພດຊາຍໃນໂອກາດງານບຸນ, ບຸນເຕັດແລ້ວ, ບັນດາສະມາຊິກໃນສະໂມສອນເສື້ອຍາວປະຈຳຊາດຂອງເພດຊາຍກໍ່ແມ່ນບັນດາຜູ້ທີ່ຕັ້ງໜ້າໂຄສະນາວັດທະນະທຳຫວຽດນາມ ແລະ ບັນດາພິທີກຳ, ຮີດຄອງປະເພນີທີ່ເປັນມູນເຊື້ອເຂັ້ມຂຸ້ນໄປດ້ວຍສີສັນຊາດ, ດຶງດູດເອົາຜູ້ເຂົ້າຮ່ວມ, ສະໜັບສະໜູນທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ຫຼາຍກວ່າ. |
 |
| ບັນດາພາບຖ່າຍຊຸດເສື້ອຍາວຂອງເພດຊາຍ ໂດຍບັນດາສະມາຊິກໃນສະໂມສອນຊຸດເສື້ອຍາວປະຈຳຊາດຂອງເພດຊາຍ ທີ່ກຸ່ມນີ້ໄດ້ນຸ່ງໃນໂອກາດງານບຸນ, ບຸນເຕັດ: |
 |
| ນັ່ງເຝົ້າໝໍ້ຕົ້ມເຂົ້າຕົ້ມ. |
 |
| ຊອກຮູ້ກ່ຽວກັບພາບແຕ້ມບຸນເຕັດ |
 |
| ພໍ່ແມ່ເດັກນ້ອຍໄດ້ສົ່ງເສີມໃຫ້ລູກຂອງຕົນນຸ່ງຊຸດເສື້ອຍາວປະຈຳຊາດ ນັບມື້ນັບຫຼາຍກວ່າ. |