logo

ຊົມເຊີຍທົ່ງໄຫຫີນຊຽງຂວາງ ໄດ້ຮັບຮອງເປັນມໍລະດົກໂລກ

2019/7/7 | 10:07:00
(VOVWORLD) - ອີງຕາມຂໍ້ມູນຈາກກົມມໍລະດົກໂລກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຕອນເຊົ້າຂອງວັນທີ 06 ກໍລະກົດ 2019 ນີ້ໃຫ້ຮູ້ວ່າ: ກອງປະຊຸມຄະນະກໍາມະການມໍລະດົກ ໂລກ ຄັ້ງທີ 43 ທີ່ບາກູ, ປະເທດ ອາແຊັກບາຍຊານ ໄດ້ປະກາດຮັບຮອງເອົາແຫຼ່ງທ່ອງທ່ຽວ ຂອງລາວ ທົ່ງໄຫຫີນ ທີ່ແຂວງຊຽງຂວາງເຂົ້າໃນບັນຊີເປັນມໍລະດົກໂລກຢ່າງເປັນທາງການ ແລ້ວ.

  ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກໄດ້ກ່າວຜ່ານສື່ສັງຄົມອອນລາຍວ່າ: ນີ້ເປັນ ອີກໜຶ່ງຄວາມພາກພູມໃຈຂອງ ປະຊາຊົນລາວໝົດທຸກຄົນ ໂດຍ ສະເພາະພີ່ນ້ອງຊາວແຂວງຊຽງ ຂວາງ ທີ່ມີການຄອງຄອຍມາເປັນ ເວລາຍາວນານເຖິງ 20 ປີ, ການ ຄອງຄອຍດັ່ງກ່າວນັ້ນໄດ້ກາຍ ມາເປັນຄວາມຈິງເມື່ອອົງການ ອຸຍແນັດສະໂກປະກາດຮັບຮອງ ເອົາແຫຼ່ງທ່ອງທ່ຽວຂອງລາວ ທົ່ງໄຫຫີນທີ່ແຂວງຊຽງຂວາງ ເຂົ້າໃນບັນຊີເປັນມໍລະດົກໂລກ ຢ່າງເປັນທາງການ. ທົ່ງໄຫຫີນທີ່ແຂວງຊຽງ ຂວາງຖືວ່າເປັນແຫຼ່ງທ່ອງທ່ຽວ ມໍລະດົກໂລກ ແຫ່ງທີສາມຂອງ ສປປ ລາວ ພາຍຫຼັງທີ່ແຂວງ ຫຼວງພະບາງ ແລະ ວັດພູແຂວງ ຈຳປາສັກໄດ້ຖືກຮັບຮອງເອົາ ຈາກອົງການອຸຍແນັດສະໂກ UNESCO ເມື່ອຫຼາຍປີກ່ອນ. ສປປ ລາວ ໄດ້ສະເໜີທົ່ງໄຫ ຫີນແຂວງຊຽງຂວາງ 11 ແຫ່ງ ຈາກທັງໝົດເກືອບ 20 ແຫ່ງ ທີ່ຄົ້ນພົບ ແລະ ບັນທຶກຢ່າງເປັນ ທາງການເຂົ້າເປັນມໍລະດົກໂລກ, ທົ່ງໄຫຫີນ ແຂວງຊຽງຂວາງ, ໄດ້ຖືກສະເໜີຂຶ້ນເປັນມໍລະດົກ ໂລກ ມາຕັ້ງແຕ່ວັນທີ 25 ມີນາ 1992 ໃນປະເພດມໍລະດົກໂລກ ທາງວັດທະນະທໍາດ້ວຍຂໍ້ກຳນົດ ແລະ ຫຼັກເກນທີ 01 ແລະ 03 ຈາກທັງໝົດ 06 ຫຼັກເກນໃນປະ ເພດມໍລະດົກໂລກທາງວັດທະນະ ທຳຂອງອົງການ UNESCO ທີ່ ລະບຸວ່າ: (ກ) ເປັນຕົວແທນໃນການສະແດງຜົນງານເອກທີ່ສ້າງຂຶ້ນດ້ວຍຫົວຄິດປະດິດສ້າງອັນສະຫຼຽວສະຫຼາດຂອງມະນຸດ ແລະ (ຂ) ເປັນສິ່ງທີ່ຢືນຢັນເຖິງຫຼັກຖານຂອງວັດທະນະທຳ ແລະ ອະລິຍະທຳທີ່ປະກົດໃຫ້ເຫັນຢູ່ໃນປັດຈຸບັນ ຫຼື ວ່າໄດ້ຫາຍສາບສູນໄປແລ້ວ; ມາເຖິງປັດຈຸບັນ, ມໍລະມົກໂລກໃນ ສປປ ລາວ ປະ ກອບມີ: 1. ເມືອງຫຼວງພະບາງ (ນະຄອນຫຼວງພະບາງ) ແຂວງ ຫຼວງພະບາງທີ່ຖືກຮັບຮອງໃນປີ 1995, 2. ວັດພູ ແຂວງຈຳປາ ສັກຖືກຮັບຮອງໃນປີ 2001, 3. ທົ່ງໄຫຫີນ ແຂວງຊຽງຂວາງ ເຊິ່ງທັງໝົດນອນຢູ່ໃນປະເພດມໍ ລະດົກໂລກທາງວັດທະນະທຳ. ສຳລັບໄຫຫີນຊຽງຂວາງທີ່ໄດ້ ຈັດເຂົ້າເປັນມໍລະດົກໂລກຄັ້ງນີ້ ລວມມີ 999 ໜ່ວຍໃນ 11 ແຫ່ງ, ກວມເອົາ 4 ເມືອງຄື: ເມືອງແປກ, ເມືອງພູກູດ, ເມືອງ ຜາໄຊ ແລະ ເມືອງຄໍາ. ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫຼງ ຂ່າວວັດທະນະທໍາ ແລະ ທ່ອງ ທ່ຽວ ພ້ອມດ້ວຍຄະນະໄດ້ຕາງ ໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເຂົ້າຮ່ວມກອງປະ ຊຸມ ແລະ ກ່າວຂອບໃຈຕໍ່ການ ສະໜັບສະໜູນຂອງສູນມໍລະດົກ ໂລກ ອົງການອຸຍແນັດສະໂກລວມ ທັງບັນດາຄະນະກໍາມະການສູນ ມໍລະດົກໂລກ, ບັນດາອົງການທີ່ ປຶກສາທີ່ກ່ຽວຂ້ອງລວມທັງຜູ້ ຊ່ຽວຊານ ICOMOS ທີ່ໄດ້ໃຫ້ ການສະໜັບສະໜູນການຮັບ ຮອງເອົາທົ່ງໄຫຫີນເປັນມໍລະດົກໂລກ ແລະ ປະກອບສ່ວນເຂົ້າໃນວຽກງານປົກປັກຮັກສາແຫຼ່ງ ບູຮານສະຖານດັ່ງກ່າວໃນຄັ້ງນີ້.

 

ຄັດສະເໜີຈາກໜັງສືພິມກອງທັບປະຊາຊົນລາວ

TAG
VOV/VOVworld/ຊົມເຊີຍ/ທົ່ງໄຫຫີນ/ຊຽງຂວາງ/ມໍລະດົກໂລກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ