logo

ຊ່ວຍ​ເຫຼືອ​ເງິນ​ຈຳ​ນວນ 700 ຕື້​ດົ່ງ​ ໃຫ້​ແກ່ 4 ແຂວງ​ພາກ​ກາງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

2025/11/14 | 11:38:30
(VOVWORLD) -     ວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງເຊັນຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອເງິນຈຳນວນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ຈາກແຫຼ່ງງົບປະມານສູນກາງສຳຮອງປີ 2025 ໃຫ້ແກ່ 04 ທ້ອງຖິ່ນ, ລວມມີ: ນະຄອນ ເຫວ້, ແຂວງ ກວ໋າງງາຍ, ແຂວງ ຢາລາຍ ແລະ ແຂວງ ດັກລັກ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກຊີ້ນຳກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ (ພາບ: VGP)

ບ້ວງເງິນດັ່ງກ່າວ ເພື່ອແນໃສ່ຊ່ວຍໃຫ້ບັນດາທ້ອງຖິ່ນສຸມໃສ່ຊ່ວຍເຫຼືອປະຊາຊົນກໍ່ສ້າງເຮືອນຄືນໃໝ່, ສ້ອມແປງຫຼັງຄາເຮືອນ; ສັບຊ້ອນຊຸມຊົນເຂດຖືກຜົນກະທົບຈາກໄພທຳມະຊາດໃຫ້ເປັນປົກກະຕິໂດຍດ່ວນ, ຟື້ນຟູບັນດາພື້ນຖານໂຄງລ່າງທີ່ຈຳເປັນກ່ຽວກັບການສຶກສາ, ສາທາລະນະສຸກ, ການຄົມມະນາຄົມ, ຊົນລະປະທານ,…

        ຕາມການສະຖິຕິພື້ນຖານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ໄພທຳມະຊາດທີ່ເກີດຂຶ້ນໃນເຂດນັບແຕ່ແຂວງ ຮ່າຕິງ ເຖິງ ດັກລັກ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 90 ຄົນ; ຜູ້ຖືກບາດເຈັບ 273 ຄົນ; ມີເຮືອນເກືອບ 2.300 ຫຼັງຖືກຫັກພັງ, ເປເພ; ການປູກເຂົ້າ, ທັນຍາຫານໃນເນື້ອທີກວ່າ 160.700 ເຮັກຕາຖືກເສຍຫາຍ; ມີສັດໃຫຍ່, ສັດປີກກວ່າ 455.000 ໂຕ; ເຮືອ, ກ່ຳປັ່ນກວ່າ 680 ລຳຖືກເປເພ; ກະຊັງປູກລ້ຽງສິນໃນນ້ຳກວ່າ 63.300 ອັນຖືກເສຍຫາຍ; ລະບົບຄອງເໝືອງ, ເສັ້ນທາງຄົມມະນາຄົມຖືກເຊາະເຈືອນ, ເປເພຢ່າງໜັກໜ່ວງ… ຄາດວ່າລວມມູນຄ່າການເສຍຫາຍເກືອບ 27.300 ຕື້ດົ່ງ (ກວ່າ 1 ຕື້ USD).

ລ້າຍຮວາ

TAG
VOV/VOVworld/ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ