logo

ຊອກຫາໂອກາດຮ່ວມມື ຫວຽດນາມ - ລັດເຊຍ ໃນສັງກາດດີຈີຕອນ

2025/12/24 | 07:30:23
(VOVWORLD) - VAA ໄດ້ບັນລຸຜົນສຳເລັດໃນການໂຄສະນາ ແລະ ສົ່ງເສີມຜະລິດຕະພັນທີ່ເປັນທ່າແຮງຂອງ ຫວຽດນາມ ຈຳນວນໜຶ່ງ ຢູ່ບັນດາເວັບໄຊການຄ້າເອເລັກໂຕນິກ

ການໂອ້ລົມສົນທະນາ “ວັດທະນະທຳ - ການຄ້າ - ເຕັກໂນໂລຊີ - ສີຂຽວ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໃນສັງກາດດີຈີຕອນ” ໄດ້ຈັດຂຶ້ນໃນວັນທີ 23 ທັນວາ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນເຈື່ອງເຊີນ, ປະທານສະຫະສະມາຄົມໂຄສະນາ ຫວຽດນາມ (VAA), ໃຫ້ຮູ້ວ່າ VAA ໄດ້ບັນລຸຜົນສຳເລັດໃນການໂຄສະນາ ແລະ ສົ່ງເສີມຜະລິດຕະພັນທີ່ເປັນທ່າແຮງຂອງ ຫວຽດນາມ ຈຳນວນໜຶ່ງ ຢູ່ບັນດາເວັບໄຊການຄ້າເອເລັກໂຕນິກ, ຄື: ຈີນ ແລະ ອິນເດຍ. ທ່ານຫວັງວ່າ ບັນດາສິນຄ້າ, ຜະລິດຕະພັນທີ່ມີທ່າແຮງຂອງ ຫວຽດນາມ ຈະນັບມື້ນັບແຊກຊຶມເຂົ້າຕະຫຼາດ ລັດເຊຍ ຢ່າງເລິກເຊິ່ງ, ກວ້າງຂວາງກວ່າ ຜ່ານບັນດາເວັບໄຊການຄ້າເອເລັກໂຕນິກທີ່ VAA ພວມສ້າງ.

ຕາມທ່ານ ເຢືອງຮວ່າງມິນ, ທີ່ປຶກສາຝ່າຍການຄ້າ, ຫົວໜ້າຜູ້ຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລັດເຊຍ ແລ້ວ, ບັນດາໝວດສິນຄ້າທັນຍາຫານ, ລວມມີ: ຜະລິດຕະພັນກະເສດປຸງແຕ່ງ, ສິນໃນນ້ຳ, ກາເຟ, ເຂົ້າສານ… ແມ່ນບັນດາປະເພດສິນຄ້າທີ່ຕະຫຼາດ ລັດເຊຍ ສົນໃຈ ແລະ ນິຍົມ.

TAG
VOV/VOVworld/ສົ່ງ​ເສີມ​/ຜະ​ລິດ​ຕະ​ພັນ​/ທ່າ​ແຮງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ