logo

ຊາວ ປາ​ແລັດ​ສະ​ຕິນ 500.000 ຄົນ ກັບ​ຄືນ​ເມືອ​ນະ​ຄອນ ກາ​ຊາ; ຮາ​ມາດ​ສ ກັງ​ວົນ​ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຄືນ​ໃໝ່

2025/10/12 | 13:30:11

(VOVWORLD) - ອົງການປ້ອງກັນພົນລະເຮືອນ ກາຊາ ໃຫ້ຮູ້ວ່າ, ໃນ 2 ວັນຜ່ານມາ, ມີຊາວ ປາແລັດສະຕິນ ກວ່າ 500.000 ຄົນ ໄດ້ກັບຄືນເມືອນະຄອນ ກາຊາ, ຕົວເມືອງໃຫຍ່ສຸດເຂດ ກາຊາ ແລະ ແມ່ນຈຸດໃຈກາງຂອງບັ້ນບຸກໂຈມຕີເປີດກວ້າງຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ໃນໄລຍະຜ່ານມາ.



ຊາວ ປາແລັດສະຕິນ ພວມກັບຄືນເມືອປະເທດ, ວັນທີ 11 ຕຸລາ
(ພາບ: REUTERS/Dawoud Abu Alkas)

ຕາມແຫຼ່ງຂ່າວຕ່າງໆຂອງ ປາແລັດສະຕິນ ແລະ ພາກພື້ນແລ້ວ, ມີຊາວ ປາແລັດສະຕິນ ປະມານ 800.000 ຄົນ, ເທົ່າກັບ 80% ປະຊາກອນຂອງນະຄອນ ກາຊາ ໄດ້ອອກຈາກຕົວເມືອງນີ້ຕາມຄຳແຈ້ງເຕືອນຂອງກອງທັບ ອິດສະຣາແອັນ. ການເຄື່ອນໄຫວກັບຄືນເມືອນະຄອນ ກາຊາ ແລະ ບັນດາເຂດຢູ່ທາງທິດເໜືອເຂດ ກາຊາ, ໄດ້ດຳເນີນຢ່າງເປັນທາງການໃນຕອນບ່າຍວັນທີ 10 ຕຸລາ, ພາຍຫຼັງທີ່ກອງທັບ ອິດສະຣາແອັນ ອອກແຈ້ງການປະຕິບັດສຳເລັດການຖອນກຳລັງຄັ້ງທີ 1 ຕາມຄຳໝັ້ນສັນຍາຢຸດຍິງ ທີ່ບັນລຸໄດ້ກັບຂະບວນການ ຮາມາດສ ຢູ່ ອີຢິບ ກ່ອນໜ້ານັ້ນ 1 ວັນ.

ກ່ຽວກັບສະພາບການຢຸດຍິງ, ສື່ມວນຊົນໃນພາກພື້ນຢັ້ງຢືນວ່າ ບັນດາຝ່າຍພວມປະຕິບັດຂໍ້ຕົກລົງຢ່າງເຂັ້ມງວດພໍສົມຄວນ. ບາງແຫຼ່ງຂ່າວເຜີຍໃຫ້ຮູ້ວ່າ, ຮາມາດສ ອາດຈະປະຕິບັດການປ່ອຍຕົວປະກັນໃນຕອນເຊົ້າວັນທີ 13 ຕຸລາ, ຊ້ຳບໍ່ໜຳແມ່ນໃນຕອນກາງຄືນວັນທີ 12 ຕຸລາ.

TAG
VOV/VOVworld/ຊາວ ປາແລັດສະຕິນ/ຂະບວນການ ຮາມາດສ/ຂໍ້​ຕົກ​ລົງ​ຢຸດ​ຍິງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ