logo

ຊາວ​ເຊີນ​ລາ​ມຸ່ງ​ໄປ​ເຖິງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກກອມ​ມູ​ນິດ ຫວຽດ​ນາມ

2026/1/16 | 10:07:17
(VOVWORLD) - ພາຍໃຕ້ການຊີ້ນຳຂອງພັກ, ໃນຊຸມປີຜ່ານມາ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍໃຫຍ່ໄດ້ນຳເຂົ້າໃນຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງຈະແຈ້ງຢູ່ບັນດາທ້ອງຖິ່ນເຂດພູສູງ, ເຂດຫ່າງໄກສອກຫຼີດ, ເຂດຊາຍແດນເຊີນລາ. 
ບັນຍາກາດຄຶກຄື້ນມ່ວນຊືນ, ຄວາມເຊື່ອໝັ້ນ ຂອງກອງປະຊຸມໃຫຍ່ ຈະປະສົບຜົນສຳເລັດໄປທົ່ວໝູ່ບ້ານເຊີນລາ (ພາບ: VOV)

ໃນຊຸມວັນນີ້, ຢູ່ບັນດາຕາແສງເຂດຊາຍແດນຂອງແຂວງ ເຊີນລາ, ບັນດາພະນັກງານ, ສະມາຊິກ ພັກ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ສະຫງວນຄວາມສົນໃຈເປັນພິເສດເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ຈະດຳເນີນໃນອາທິດໜ້າ.

ພາຍໃຕ້ການຊີ້ນຳຂອງພັກ, ໃນຊຸມປີຜ່ານມາ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍໃຫຍ່ໄດ້ນຳເຂົ້າໃນຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງຈະແຈ້ງຢູ່ບັນດາທ້ອງຖິ່ນເຂດພູສູງ, ເຂດຫ່າງໄກສອກຫຼີດ, ເຂດຊາຍແດນເຊີນລາ. ຈາກບັນດາການປ່ຽນແປງຢ່າງລະອຽດນັ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກນັບມື້ນັບໄດ້ຮັບການປັບປຸງ.

ພວກຂ້າພະເຈົ້າເຊື່ອໝັ້ນ ແລະ ມີຄວາມມຸ່ງຫວັງວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະສືບຕໍ່ວາງອອກບັນດາແຜນນະໂຍບາຍ, ນະໂຍບານທີ່ມີວິໄສທັດຍຸດທະສາດ, ສ້າງກຳລັງໜູນຢ່າງແຮງໃຫ້ການພັດທະນາແບບຍືນຍົງໃນໄລຍະໃໝ່. ປະຊາຊົນປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຕໍ່ດ້ານກະສິກຳ, ມີນະໂຍບາຍຢ່າງແທດຈິງໜູນຊ່ວຍການຜະລິດກະສິກຳ ຕາມທິດເປັນສິນຄ້າ. ພ້ອມທັງຫວັງວ່າພັກຈະສືບຕໍ່ມີກົນໄກ, ນະໂຍບາຍພັດທະນາເສດຖະກິດ ສັງຄົມທີ່ເໝາະສົມກັບເຂດຊາຍແດນຄື: ພັດທະນາເສດຖະກິດດ່ານຊາຍແດນ.


TAG
VOV/VOVworld/ປະ​ຊາ​ຊົນ/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ