logo

ຍົກ​ລະ​ດັບ​ລາຍ​ຮັບ, ຫຼຸດຜ່​ອນ​ຄວາມ​ທຸກ​ຍາກ, ຮັດ​ແຄບ​​ໄລ​ຍະ​ຫ່າງ​ລະ​ຫວ່າງ​ເຂດ​ພາກ

2025/12/5 | 09:15:14
(VOVWORLD) - ການໂຮມ3 ໂຄງການເປົ້າໝາຍແຫ່ງຊາດ ໄດ້ຊ່ວຍສຸມແຫຼ່ງກຳລັງລົງທຶນ, ເໝາະສົມກັບຮູບແບບຈັດຕັ້ງອຳນາດການປົກຄອງສອງຂັ້ນ, ປະກອບສ່ວນຊຸກຍູ້ການສ້າງຊົນນະບົດໃໝ່ຕາມທິດທັນສະໄໝ, ແທ້ຈິງ, ຍືນຍົງ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. 
ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV (ພາບ: ສະພາແຫ່ງຊາດ)

ຕອນເຊົ້າວັນທີ 5 ທັນວາ, ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງໃນປີ 2035.

ຢູ່ວາລະປຶກສາຫາລື, ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດລ້ວນແຕ່ເຫັນດີເປັນເອກະພາບຕໍ່ໂຮມ 3 ໂຄງການເປົ້າໝາຍແຫ່ງຊາດກ່ອນນັ້ນ (ສ້າງຊົນນະບົດໃໝ່, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນຫນ້ອຍ ແລະ ເຂດພູສູງ) ກາຍເປັນ ໂຄງການສັງລວມໄລຍະ 2026 – 2035 ແມ່ນບາດກ້າວບຸກທະລຸທີ່ຈຳເປັນກ່ຽວກັບລະບອບລະບຽບການ. ສິ່ງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ ຫວຽດນາມ ໃນການສ້າງຊົນນະບົດໃໝ່ທີ່ທັນສະໄໝ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຫຼຸດລົງໄລຍະຫ່າງລະຫວ່າງເຂດ, ພາກ ກັບເປົ້າໝາຍໃຫຍ່ທີ່ສຸດແມ່ນຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ທ່ານຮ່ວາງກວັກແຄງ ສະມາຊິກສະພາແຫ່ງຊາດ ແຂວງລາຍເຈົາ ຢັ້ງຢືນວ່າ:

ການໂຮມ3 ໂຄງການເປົ້າໝາຍແຫ່ງຊາດ ໄດ້ຊ່ວຍສຸມແຫຼ່ງກຳລັງລົງທຶນ, ເໝາະສົມກັບຮູບແບບຈັດຕັ້ງອຳນາດການປົກຄອງສອງຂັ້ນ, ປະກອບສ່ວນຊຸກຍູ້ການສ້າງຊົນນະບົດໃໝ່ຕາມທິດທັນສະໄໝ, ແທ້ຈິງ, ຍືນຍົງ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ສຳລັບບັນດາແຂວງເຂດພູສູງ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໂຄງການເປົ້າໝາຍແຫ່ງຊາດມີຄວາມໝາຍສຳຄັນທີ່ສຸດ, ແມ່ນແຫຼ່ງກຳລັງທີ່ມີລັກສະນະນຳໜ້າ, ຊ່ວຍພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັດແຄບໄລຍະຫ່າງໃນການພັດທະນາເມື່ອທຽບໃສ່ກັບບັນດາເຂດທີ່ມີເງື່ອນໄຂສະດວກ, ປະກອບສ່ວນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

TAG
VOV/VOVworld/ສະ​ພາ​ແຫ່ງ​ຊາດ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ