logo

ຍົກສູງປະສິດທິຜົນການລົງນາມ, ຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນຂອງ ຫວຽດນາມ

2026/1/14 | 10:25:41
(VOVWORLD) - ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງໝາກຜົນສຳຄັນໃນວຽກງານລົງນາມ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນໃນໄລຍະຜ່ານມາ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 14 ມັງກອນ, ຢູ່ ຮ່າໂນ້ຍ, ເມື່ອເປັນປະທານກອງປະຊຸມສະຫຼຸບວຽກງານຜັນຂະຫຍາຍຂໍ້ຕົກລົງ, ຄຳໝັ້ນສັນຍາສາກົນໃນບັນດາການເຄື່ອນໄຫວພົນພັນຕ່າງປະເທດຂັ້ນສູງໃນອາຍຸການ 2021 -2025, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕີລາຄາສູງໝາກຜົນສຳຄັນໃນວຽກງານລົງນາມ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນໃນໄລຍະຜ່ານມາ. ເພື່ອປະຕິບັດວຽກງານດັ່ງກ່າວໃຫ້ດີກວ່າໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

“ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ ຕ້ອງເປັນເຈົ້າການ, ບໍ່ລໍຖ້າ, ສຸມໃສ່ການລົງນາມ ແລະ ຈັດຕັ້ງການປະຕິບັດໃຫ້ເປັນຢ່າງດີທີ່ສຸດ ຕາມພາລະບົດບາດ, ໜ້າທີ່ ແລະ ສິດອຳນາດຂອງຕົນ. ຄຳໝັ້ນສັນຍາຕ້ອງສອດຄ່ອງກັບກົດໝາຍ ຫວຽດນາມ, ທຳນຽມສາກົນ, ມີລັກສະນະເປັນໄປໄດ້; ແທນທີ່ການສົ່ງອອກໝວດສິນຄ້າສະເພາະ ປະຈຸບັນແມ່ນສົ່ງອອກທັງຂະແໜງການ”.

ກ່ອນໜ້ານັ້ນ, ເມື່ອເປັນປະທານກອງປະຊຸມສະຫຼຸບວຽກງານປີ 2025 ແລະ ມຸ່ງໄປເຖິງການປະຕິບັດໜ້າທີ່ປີ 2026 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ປີ 2026, ວຽກງານເຊື່ອມໂຍງເຂົ້າກັບສາກົນຕ້ອງຮັບໃຊ້ການພັດທະນາໃນບັນດາຂົງເຂດຍຸດທະສາດ. ເປົ້າໝາຍການເຊື່ອມໂຍງເຂົ້າກັບສາກົນແມ່ນເພື່ອປະກອບສ່ວນຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດຊາດ; ເປັນເຈົ້າການຍຸດທະສາດໃນການພົວພັນກັບສາກົນ, ທຸກສິ່ງທຸກຢ່າງແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ.

TAG
VOV/VOVworld/ທຳນຽມ/​ສາ​ກົນ/​ລັກ​ສະ​ນະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ