logo

ຍົກ​ເລີກ​ບັດເຫຼືອງ IUU ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຂະ​ແໜງ​ສິນ​ໃນ​ນ້ຳ ຫວຽດ​ນາມ

2025/12/9 | 16:00:00
(VOVWORLD) -  ເກືອບ 2 ເດືອນຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມທະເລ ໄດ້ມີຄວາມຕັດສິນໃຈສູງ, ສຸມແຫຼ່ງກຳລັງປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU ດ້ວຍຈຸດປະສົງ “ຢຶດໝັ້ນຕໍ່ສູ້ກັບການຂຸດຄົ້ນ IUU, ຕັດສິນໃຈຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ສຳລັບອາຊີບຫາປາ ຫວຽດນາມ ໃນປີ 2025. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP)

ຍົກເລີກບັດເຫຼືອງ IUU ເພື່ອການພັດທະນາແບບຍືນຍົງຂອງຂະແໜງສິນໃນນ້ຳ ຫວຽດນາມ. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກໃນຂະນະເປັນປະທານວາລະປະຊຸມຄັ້ງທີ 25 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ສຳນັກງານລັດຖະບານ. ເມື່ອກ່າວຄຳເຫັນທີ່ວາລະປະຊຸມທີ່ໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນແຄມທະເລ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ເກືອບ 2 ເດືອນຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມທະເລ ໄດ້ມີຄວາມຕັດສິນໃຈສູງ, ສຸມແຫຼ່ງກຳລັງປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU ດ້ວຍຈຸດປະສົງ “ຢຶດໝັ້ນຕໍ່ສູ້ກັບການຂຸດຄົ້ນ IUU, ຕັດສິນໃຈຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ສຳລັບອາຊີບຫາປາ ຫວຽດນາມ ໃນປີ 2025. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສຸມໃສ່ສ້າງບົດລາຍງານຕາມຂໍ້ສະເໜີແນະຂອງ EC, ວາງເປົ້າໝາຍຮອດທ້າຍປີ 2025 ຕ້ອງຍົກເລີກບັດເຫຼືອງ IUU. ພິເສດ, ສິ່ງສຳຄັນກວ່າແມ່ນ ຕ້ອງພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ.

TAG
VOV/VOVworld/​ການ​ຂຸ​ດ​ຄົ້ນ IUU

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ