logo

ຍັງ​ມີ​ນັກ​ຮຽນ ນີ​ເຊ​ເຣຍ 250 ຄົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກອບ​ກູ້​ພາ​ຍຫຼັງ​ຖືກ​ລັກ​ພາ​ຕົວ

2025/11/28 | 08:58:25
(VOVWORLD) - ພາຍຫຼັງເຫດລັກພາຕົວນັກຮຽນກວ່າ 300 ຄົນ ຢູ່ ນີເຊເຣຍ ທີ່ເຮັດໃຫ້ຫາງສຽງສັ່ນສະເທືອນນັ້ນ (ນັບແຕ່ວັນທີ 21 ພະຈິກ), ມີນັກຮຽນປະມານ 250 ຄົນ ຍັງບໍ່ທັນໄດ້ຮັບການກອບກູ້ ແລະ ປັດຈຸບັນຍັງບໍ່ທັນຮູ້ທີ່ໄປທີ່ມາ.

ບັນດາຄອບຄົວຂອງຜູ້ຖືກປະສົບເຄາະຮ້າຍຢູ່ລັດ Niger ຢັ້ງຢືນວ່າ ເຂົາເຈົ້າບໍ່ໄດ້ຮັບບໍ່ວ່າຂໍ້ມູນໃໝ່ໃດໆກ່ຽວກັບຊາຕະກຳຂອງພວກນ້ອງນັກຮຽນ, ກໍຄືບັນດາຄວາມມານະພະຍາຍາມຂອງລັດຖະບານ ເພື່ອແນໃສ່ກອບກູ້ຈຳນວນນັກຮຽນດັ່ງກ່າວ. ໄລ່ມາຮອດປັດຈຸບັນ, ຫາກໍ່ມີນັກຮຽນປະມານ 50 ຄົນ ໃນຈຳນວນນັກຮຽນທັງໝົດ 303 ຄົນທີ່ຖືກລັກພາຕົວສາມາດແລ່ນໜີອອກໄປໄດ້ ຫຼື ໄດ້ຮັບການກອບກູ້. ນັກຊ່ຽວຊານຈຳນວນໜຶ່ງຖືວ່າ ບັນດາກຸ່ມທີ່ມີສາຍສຳພັນກັບສອງອົງການກໍ່ການຮ້າຍ Al Qaeda ແລະ ລັດ ອິດສະລາມ (IS) ອ້າງຊື່ເອງ ອາດຈະຢູ່ເບື້ອງຫຼັງຂອງເຫດລັກພາຕົວນີ້.

        ຫຼ້າສຸດ, ວັນທີ 26 ພະຈິກ, ຕຳຫຼວດ ນີເຊເຣຍ ໃຫ້ຮູ້ວ່າ ມີຊາວກະສິກອນຢ່າງໜ້ອຍສຸດ 10 ຄົນ ຢູ່ໝູ່ບ້ານຈຳນວນໜຶ່ງຢູ່ Noger ນີ້ ກໍ່ຖືກບັນດາມືປືນລັກພາຕົວ. ປັດຈຸບັນ, ກຳລັງມີໜ້າທີ່ຮັບຜິດຊອບພວມຜັນຂະຫຍາຍມາດຕະການຕ່າງໆເພື່ອສືບຫາ ແລະ ກອບກູ້ຜູ້ປະສົບເຄາະຮ້າຍ.

ບາທີ - ນັກຂ່າວ VOV ປະຈຳ ອີຢິບ


TAG
VOV/VOVworld/ລັກ​ພາ​ຕົວ​ນັກ​ຮຽນ/ນີ​ເຊ​ເຣຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ