logo

ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ

2025/9/13 | 07:19:00
(VOVWORLD) - ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ
ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ ທີ່ການຕ້ອນຮັບທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ
(ພາບ: baoquocte.vn)

ທ່ານ ເລຮວ່າຍຈຸງ, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືທີ່ມີຄວາມສຳຄັນຍຸດທະສາດ ທີ່ການຕ້ອນຮັບທ່ານ Marc Knapper, ເອກອັກຄະລັດຖະທູດ ອາເມລິກາ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ, ໃນຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈຸງ ຕີລາຄາສູງບັນດາການເຄື່ອນໄຫວທີ່ແທ້ຈິງໃນການພົວພັນ 2 ຝ່າຍ, ນັບແຕ່ເມື່ອ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023. 2 ຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຂັ້ນສູງບັນດາຂັ້ນ. ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ສືບຕໍ່ພັດທະນາຢ່າງສະຖຽນລະພາບ. ການພົວພັນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການແກ້ໄຂຜົນຮ້າຍຈາກສົງຄາມກໍ່ບັນລຸຄວາມຄືບໜ້າຫຼາຍຢ່າງ.

ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ຢືນຢັນວ່າ ອາເມລິກາ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ເພື່ອມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດການເຕີບໂຕ, ພ້ອມກັນນັ້ນ, ກໍ່ສືບຕໍ່ຍູ້ແຮງການຮ່ວມມືໃນບັນດາເສົາຄ້ຳຮ່ວມມືອື່ນ, ຄື: ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການສຶກສາ, ສາທາລະນະສຸກ, ການປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ.

TAG
VOV/VOVworld/​ສົງ​ຄາມ/ການ​ສຶກ​ສາ/ສາ​ທາ​ລະ​ນະ​ສຸກ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ