logo

ຍູ້ແຮງການພົວພັນຮ່ວມມື ຫວຽດນາມ - ອັງກິດ ໃຫ້ຂຶ້ນສູ່ລະດັບສູງໃໝ່ຢ່າງຮອບດ້ານ

2025/10/27 | 12:22:50
(VOVWORLD) - ຄາດວ່າ, 2 ຝ່າຍຈະລົງນາມ ແລະ ຮັບຮອງເອົາເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນບັນດາຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິນຮຸ່ງ
(ພາບ: TTXVN)

        ກ່ອນດຳເນີນການໄປຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 28 – 30 ຕຸລາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິນຮຸ່ງ ແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ຕໍ່ກັບການພົວພັນຄູ່ຮ່ວມມືຍຸດທະສາດ ທີ່ພວມພັດທະນາຢ່າງດີງາມທີ່ສຸດລະຫວ່າງ 2 ປະເທດ.

        ທ່ານໃຫ້ຮູ້ວ່າ ຄາດວ່າ, 2 ຝ່າຍຈະລົງນາມ ແລະ ຮັບຮອງເອົາເອກະສານຮ່ວມມືສຳຄັນຫຼາຍສະບັບ ໃນບັນດາຂົງເຂດການເມືອງ - ການທູດ, ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນສີຂຽວ ແລະ ການພັດທະນາແບບຍືນຍົງ. ມີຫຼາຍຂໍ້ຕົກລົງຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ແລະ ວິສາຫະກິດ 2 ປະເທດກໍ່ໄດ້ຮັບການລົງນາມໃນຄັ້ງນີ້, ເປີດໂອກາດຢ່າງໃຫຍ່ຫຼວງໃນບັນດາຂົງເຂດທີ່ ອັງກິດ ມີທ່າແຮງ ແລະ ສອດຄ່ອງກັບການກຳນົດທິດການພັດທະນາຂອງ ຫວຽດນາມ.

TAG
VOV/VOVworld/ພົວ​ພັນ/​ຄູ່​ຮ​່ວມ​ມື​/ຍຸ​ດ​ທະ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ