logo

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

2025/12/19 | 08:53:35
(VOVWORLD) - ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.
ບັນດາແຂວງ, ນະຄອນ ມີທະເລ ລ້ວນແຕ່ເພີ່ມທະວີ, ຄວບຄຸມບັນດາເຮືອຫາປາອອກ - ເຂົ້າທຽບທ່າ
(ພາບ: nhandan.vn)

 ນີ້ກໍແມ່ນເນື້ອໃນ ເຊິ່ງ ຄະນະກຳມະການເອີຣົບ (EC) ໄດ້ເນັ້ນໜັກເປັນເລື້ອຍໆ, ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ, ຮັບປະກັນລັກສະນະສະເໝີຕົ້ນສະເໝີປາຍຂອງຂໍ້ມູນໃນລະບົບຂຸດຄົ້ນ ແລະ ບໍລິໂພກສິນໃນນ້ຳທັງໝົດ.

ທ່ານພັນເອກ ກາວແອັງເຊີນ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ Viettel, ໃຫ້ຮູ້ວ່າ:

"ກະຊວງຕຳຫຼວດ ໄດ້ສົມທົບກັບ Viettel ສ້າງ ແລະ ນຳລະບົບຄຸ້ມຄອງການອອກ - ເຂົ້າທຽບທ່າ ໃນແອັບ VneID ເຂົ້າເຄື່ອນໄຫວແລ້ວ. ລະບົບດັ່ງກ່າວ ໄດ້ເຄື່ອນໄຫວກ່ອນນີ້ 2 ອາທິດ, ອັນໄດ້ຊ່ຍໃຫ້ປະຊາຊົນ, ເຈົ້າຂອງເຮືອທີ່ມີໃບອະນຸຍາດເຄື່ອນໄຫວ ສາມາດລົງທະບຽນການອອກ - ເຂົ້າທຽບທ່າໃນ VneID ໄດ້ໂດຍກົງເລີຍ”.

ໂດຍລວມແລ້ວ, ບັນດາມາດຕະການດ້ານເຕັກນິກທີ່ຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງ ແລະ ເຮັດໃຫ້ຂໍ້ມູນການຂຸດຄົ້ນສິນໃນນ້ຳຈະແຈ້ງກວ່າ ໄດ້ຮັບການປະຕິບັດສຳເລັດໂດຍພື້ນຖານ, ສ້າງພື້ນຖານສຳຄັນໃຫ້ແກ່ການຄວບຄຸມການເຄື່ອນໄຫວຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ປັດໄຈແກ່ນສານໃນປັດຈຸບັນ ນອນໃນຂອດຈັດຕັ້ງປະຕິບັດຂອງບັນດາທ້ອງຖິ່ນ, ຕ້ອງຄຸ້ມຄອງຢ່າງແໜ້ນແຟ້ນ, ມີແບບມີແຜນ, ຮັບປະກັນການລາຍງານ, ອັບເດດຂໍ້ມູນໃນລະບົບຢ່າງສັດຊື່, ຊັດເຈນ ແລະ ຄົບຖ້ວນ.

TAG
VOV/VOVworld/IUU/VneID/ຍົກ​ເລີກ​ບັດ​ເຫຼືອງ IUU

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ