![]() ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງກ່າວຄຳເຫັນທີ່ມະຫາວິທະຍາໄລແຫ່ງຊາດລາວ |
“ ໄລຍະທີ່ຜ່ານມາ, ມະຫາວິທະຍາໄລແຫ່ງຊາດລາວໄດ້ເຊັນບົດບັນທຶກຊ່ວຍຈຳກັບສະຖາບັນ, ມະຫາວິທະຍາໄລ, ວິທະຍາໄລ 26 ແຫ່ງຂອງຫວຽດນາມ. ລັດຖະບານຫວຽດນາມໄດ້ຊ່ວຍເຫຼືອພວກຂ້າພະເຈົ້າໃນຫຼາຍຂົງເຂດເຊັ່ນ: ການກໍ່ສ້າງພື້ນຖານໂຄງລ່າງ(ຫໍພັກນັກສຶກສາ, ພະແນກພາສາຫວຽດ, ພາຫະນະອຸປະກອນ). ກ່ຽວກັບການພັດທະນາມະນຸດ, ລັດຖະບານຫວຽດນາມໄດ້ໃຫ້ທຶນສຶກສາໃຫ້ແກ່ຄູອາຈານກວ່າ 100 ຄົນຂອງໂຮງຮຽນໄປຮຽນລະດັບປະລິນຍາໂທ, ປະລິນຍາເອກຢູ່ຫວຽດນາມ. ແຕ່ລະປີ, ຫວຽດນາມກໍໄດ້ສົ່ງຜູ້ຊ່ຽວຊານໄປຊ່ວຍ ພະແນກພາສາຫວຽດ ແລະ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າສັງກັດ ມະຫາວິທະຍາໄລແຫ່ງຊາດລາວ. ພວກຂ້າພະເຈົ້າກໍໄດ້ຮ່ວມມືກັບມະຫາວິທະຍາໄລເສດຖະກິດແຫ່ງຊາດຫວຽດນາມໂດຍຜ່ານການເປີດບັນດາຊຸດບຳລຸງສ້າງລະດັບປະລິນຍາເອກ, ປະລິນຍາໂທ. ນອກຈາກນັ້ນ, ພວກຂ້າພະເຈົ້າກໍໄດ້ຮ່ວມມືກັບໂຮງຮຽນຕ່າງໆຢູ່ຫວຽດນາມໃນຂົງເຂດຄົ້ນຄ້ວາວິທະຍາສາດ, ວັດທະນະທຳຊົນຊາດຊົນເຜົ່າ…. ”
ໃນຂະນະນັ້ນ, ໃນການລົງຢ້ຽມຢາມ ແລະ ໂອ້ລົມຢູ່ມະຫາວິທະຍາໄລແຫ່ງຊາດລາວ ຊຶ່ງແມ່ນສູນກາງກໍ່ສ້າງຊັບພະຍາກອນມະນຸດຕົ້ນຕໍຂອງ ສ.ປ.ປ.ລາວ, ຕອນເຊົ້າວັນທີ 25/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ຢືນຢັນວ່າ ການຮ່ວມມືທາງດ້ານການສຶກສາ ແລະ ບຳລຸງສ້າງຈະໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ລະຫວ່າງ 2 ປະເທດໃນໄລຍະທີ່ຈະມາເຖິງ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກ່າວວ່າ :
“ ນັກສຶກສາຫວຽດນາມຫຼາຍລຸ່ນຄົນໄດ້ຮຽນຈົບຈາກໂຮງຮຽນແຫ່ງນີ້ ແລະ ພວມເຮັກວຽກຢູ່ຫຼາຍອົງການສຳນັກງານ, ທ້ອງຖິ່ນຂອງຫວຽດນາມ. ນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ຂ້າພະເຈົ້າປາດຖະໜາວ່າ ຂົງເຂດຮ່ວມມືທີ່ສຳຄັນທີ່ສຸດນີ້ຈະນັບມື້ນັບບັນລຸປະສິດທິຜົນສູງກ່ວາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ ແລະ ຄວາມຄອງຄອຍຂອງສອງ ພັກ. ສອງລັດ ແລະ ປະຊາຊົນ ສອງປະເທດ ”
ໃນຍຸດທະສາດຮ່ວມມືໄລຍະ 2001-2010 ແລະກຳນົດທິດເຖິງປີ 2020, ມີ 6 ໂຄງການຮ່ວມມືໃຫຍ່ຊຶ່ງທັງສອງຝ່າຍສຸມໃສ່ປະຕິບັດນັ້ນ, ການສຶກສາ ແລະ ບຳລຸງສ້າງພະນັກງານໄດຮັບຖືແມ່ນແຖວໜ້າ. ຈຳນວນນັກສຶກສາ, ນັກຄົ້ນຄ້ວາທີ່ທັງສອງຝ່າຍແລກປ່ຽນກໍ່ສ້າງນັ້ນ ບໍ່ພຽງແຕ່ແຫຼ່ງຊັບພະຍາກອນມະນຸດທີ່ສຳຄັນໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດເທົ່ານັ້ນ, ຫາກຍັງແມ່ນປັດໄຈທີ່ມີຄວາມໝາຍໃນການເພີ່ມພຸນຄູນສ້າງ ແລະຮັກແໜ້ນນ້ຳໃຈສາມັກຄີ, ເພີ່ມທະວີ ສາຍພົວພັນຮ່ວມມືພິເສດລະຫວ່າງສອງຊາດຫວຽດນາມ ແລະ ລາວອີກດ້ວຍ .



