logo

ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາ​ວ

2019/7/16 | 11:24:00
(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະລັດປະຊາທິປະໄຕປະຊາຊົນລາວ ໃນລະຫວ່າງວັນທີ 16 – 18 ກໍລະກົດ 2019. ຕອນບ່າຍວັນທີ 16 ກໍລະກົດ, ທ່ານ ຫງວຽນວັນຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະກັບ ທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ.
(ການພົບປະລະຫວ່າງສອງຝ່າຍ)

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນສະພາບການດ້ານເສດຖະກິດ, ການເມືອງຂອງແຕ່ລະປະເທດ, ກໍ່ຄືບັນດາບັນຫາຄື: ບັນດາບັນຫາໃນພາກພື້ນ ແລະ ໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມທັງສຸມໃສ່ຕີລາຄາຜົນງານຂອງການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ ນາງ ຄຳເພົາ ເອີນທະວັນ ອວຍພອນ ຫວຽດນາມໄດ້ຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ເມື່ອຕົ້ນເດື່ອນມິຖຸນາທີ່ຜ່ານມາດ້ວຍຈຳນວນບັດເຫັນດີສູງກໍ່ຄືບັນດາຜົນສຳເລັດດ້ານການຕ່າງປະເທດທີ່ຫວຽດນາມບັນລຸໄດ້. ພ້ອມທັງສະເໜີໃຫ້ສອງຝ່າຍສົມທົບກັນຊຸກຍູ້ການຮ່ວມມືຕາມບັນດາກົນໄກທັງສອງຝ່າຍ ແລະ ຫຼາຍຝ່າຍ, ປະກອບສ່ວນຍົກສູງຖານະບົດບາດຂອງລາວ ແລະ ຫວຽດນາມໃນພາກພື້ນ ແລະ ສາກົນ.

        ສ່ວນທ່ານ ຫງວຽນວັນຢຸງ ໄດ້ຢັ້ງຢືນວ່າ, ຕໍ່ໜ້າສະພາບການສາກົນ ແລະ ພາກພື້ນມີການຜັນແປຢ່າງສັບສົນ ແລະ ປ່ຽນແປງຢ່າງວ່ອງໄວ, ສອງປະເທດເວົ້າລວມ ແລະ ຂະແໜງການຕ່າງປະເທດເວົ້າສະເພາະຕ້ອງສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ, ແລກປ່ຽນບົດຮຽນ ແລະ ບັນດາຄະນະຜູ້ແທນໃນທຸກຂັ້ນເປັນປະຈຳເພື່ອໜູນຊ່ວຍກັນ ໃນວຽກງານການຕ່າງປະເທດ.

TAG
VOV/VOVworld/ຫວຽດ​ນາມ/ລາ​ວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ