logo

ຍູ້ແຮງການເຊື່ອມໂຍງ ລະຫວ່າງ ປະຊາຄົມວິສາຫະກິດຂອງ ຫວຽດນາມ ແລະ UAE

2025/9/24 | 09:11:46
(VOVWORLD) - ສອງຝ່າຍເຫັນດີເປັນເອກະພາບຈະສ້າງຕັ້ງສະມາຄົມທຸລະກິດ ຫວຽດນາມ - UAE, ສ້າງຊ່ອງທາງເຊື່ອມຕໍ່ໂດຍກົງ ແລະ ມີປະສິດທິຜົນ ລະຫວ່າງ ປະຊາຄົມວິສາຫະກິດສອງປະເທດ.
ທີ່ການເຮັດວຽກ
(ພາບ: VGP)

ໃນຂອບການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະລັດ ອາຣັບ ເອມິເຣດ (UAE), ທ່ານ ຫງວຽນຫົ່ວບີ່ງ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ຕ້ອນຮັບ ທ່ານລັດຖະມົນຕີ ກະຊວງລົງທຶນ UAE, ທັງເປັນ ຜູ້ອຳນວຍການໃຫຍ່ ກອງທຶນລົງທຶນ ADQ; ແລະ ເຮັດວຽກກັບ ປະທານສູນການເງິນທົ່ວໂລກ Abu Dhabi (ADGM)

ໃນການຕ້ອນຮັບ ທ່ານ Al Suwaidi, ລັດຖະມົນຕີກະຊວງລົງທຶນ UAE ຢູ່ Abu Dhabi, ສອງຝ່າຍເຫັນດີເປັນເອກະພາບຈະສ້າງຕັ້ງສະມາຄົມທຸລະກິດ ຫວຽດນາມ - UAE, ສ້າງຊ່ອງທາງເຊື່ອມຕໍ່ໂດຍກົງ ແລະ ມີປະສິດທິຜົນ ລະຫວ່າງ ປະຊາຄົມວິສາຫະກິດສອງປະເທດ. ສອງຝ່າຍ ຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານສີຂຽວ, ເໝາະສົມກັບເປົ້າໝາຍພັດທະນາແບບຍືນຍົງ ແລະ ທ່າອ່ຽງທົ່ວໂລກ. ພິເສດ, ທ່ານ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ສະເໜີໃຫ້ກະຊວງລົງທຶນ UAE ຊ່ວຍເຫຼືອ ຫວຽດນາມ ໃນວິວັດການສ້າງສາ ແລະ ພັດທະນາ ສູນການເງິນສາກົນ (IFC).

ໃນວັນດຽວກັນນັ້ນ, ໃນການເຮັດວຽກກັບ ທ່ານ Ahmed Jasim Al Zaabi, ປະທານສູນການເງິນທົ່ວໂລກ Abu Dhabi (ADGM), ສອງຝ່າຍ ເຫັນດີເປັນເອກະພາບສົມທົບກັນຈັດເຫດການສົ່ງເສີມການລົງທຶນຢູ່ UAE ໃນຕົ້ນປີ 2026. ທ່ານ ຫງວຽນຫົ່ວບີ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໃຫ້ຮູ້ຕື່ມອີກວ່າ ຫວຽດນາມ ແລະ UAE ພວມຍູ້ແຮງ ການເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດຂອງ ສອງປະເທດ.

TAG
VOV/VOVworld/ເປົ້າໝາຍ/ພັດທະນາ/ຍືນຍົງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ