logo

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

2025/10/20 | 08:34:55
(VOVWORLD) -  ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນ
(ພາບ: VGP)

        ຕອນບ່າຍວັນທີ 19 ຕຸລາ, ເມື່ອໄປກວດກາວຽກງານກະກຽມໃຫ້ແກ່ ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ຢູ່ສູນວາງສະແດງ ຫວຽດນາມ (ທີ່ ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ຮຽກຮ້ອງຕ້ອງຍູ້ໄວຄວາມຄືບໜ້າການສ້າງບັນດາຮ້ານວາງສະແດງ, ຮັບປະກັນໃຫ້ສິນຄ້າຢູ່ງານຕະຫຼາດນັດແມ່ນບັນດາສິນຄ້າດີເດັ່ນ, ມີຄຸນນະພາບສູງທີ່ສຸດ.

        ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

        ຜ່ານການສຳຫຼວດກວດກາຕົວຈິງ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງໃນການຜັນຂະຫຍາຍບັນດາເນື້ອໃນຂອງວຽກງານໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ພິທີໄຂງານຕະຫຼາດນັດຈະຈັດຂຶ້ນໃນວັນທີ 20 ໂມງ ຂອງວັນທີ 25 ຕຸລາ 2025. ງານຕະຫຼາດນັດດັ່ງກ່າວແມ່ນງານຕະຫຼາດນັດມີຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ, ດ້ວຍຮ້ານວາງສະແດງປະມານ 3.000 ຮ້ານ.

TAG
VOV/VOVworld/ສຳ​ນັກ​ງານ/ອົງ​ການ/ວິ​ສາ​ຫະ​ກິດ/ງານ​ຕະ​ຫຼາດ​ນັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ