logo

ດ່າ​ນັ້ງ, ຫ໋າຍ​ຝ່ອງ ຍູ້​ແຮງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ກົດ​ໝາຍ​ຕ້ານ​ການ​ຂຸດ​ຄົ້ນ IUU ໃຫ້​ຊາວ​ປະ​ມົງ

2025/11/27 | 07:54:00
(VOVWORLD) - ພະນັກງານຕຳຫຼວດທະເລເຂດ 2 ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາວປະມົງຮັບຊາບກ່ຽວກັບສະພາບການລະເມີດບັນດາຂໍ້ກຳນົດ IUU ທີ່ມັກເກີດຂຶ້ນກັບເຈົ້າຂອງກຳປັ່ນ, ກັບຕັນກຳປັ່ນຈຳນວນໜຶ່ງ, ແລກປ່ຽນບັນດາຂໍ້ກຳນົດດ້ານກົດໝາຍທີ່ກ່ຽວຂ້ອງເຖິງ IUU ກັບພໍ່ແມ່ປະຊາຊົນຊາວປະມົງ
ພະນັກງານຕຳຫຼວດທະເລເຂດ 2 ໂຄສະນາເຜີຍແຜ່ໃຫ້ແກ່ຊາວປະມົງ (ພາບ: qdnd.vn)

ວັນທີ 26 ພະຈິກ, ຢູ່ຕາແສງ ທັງອານ, ດ່ານັ້ງ, ກອງບັນຊາການຕຳຫຼວດທະເລ ເຂດ 2 ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກນະຄອນ ດ່ານັ້ງ ໄດ້ຈັດການໂຄສະນາເຜີຍແຜ່, ຂົນຂວາຍຊາວປະມົງຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).

ທີ່ການໂຄສະນາເຜີຍແຜ່, ພະນັກງານຕຳຫຼວດທະເລເຂດ 2 ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາວປະມົງຮັບຊາບກ່ຽວກັບສະພາບການລະເມີດບັນດາຂໍ້ກຳນົດ IUU ທີ່ມັກເກີດຂຶ້ນກັບເຈົ້າຂອງກຳປັ່ນ, ກັບຕັນກຳປັ່ນຈຳນວນໜຶ່ງ, ແລກປ່ຽນບັນດາຂໍ້ກຳນົດດ້ານກົດໝາຍທີ່ກ່ຽວຂ້ອງເຖິງ IUU ກັບພໍ່ແມ່ປະຊາຊົນຊາວປະມົງ ແລະ ຈັດຕັ້ງໃຫ້ພໍ່ແມ່ປະຊາຊົນເຊັນຄຳໝັ້ນສັນຍາບໍ່ລະເມີດການຫາປາແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ, ກໍ່ຄືບໍ່ເປັນນາຍໜ້າ ຫຼື ໜູນຊ່ວຍບັນດາການເຄື່ອນໄຫວຂຸດຄົ້ນແບບຜິດກົດໝາຍ.

ໃນວັນທີ 26 ພະຈິກ, ຢູ່ເຂດພິເສດ ກາດຫ໋າຍ, ນະຄອນ ຫ໋າຍຝ່ອງ, ອົງການໄອຍະການປະຊາຊົນເຂດ 4 - ຫ໋າຍຝ່ອງ ໄດ້ສົມທົບກັບສານປະຊາຊົນເຂດ 4 - ຫ໋າຍຝ່ອງ, ກອງບັນຊາການຕຳຫຼວດທະເລເຂດ 1 ແລະ ບັນດາກົມກອງທີ່ກ່ຽວຂ້ອງ ຈັດຕັ້ງການພິພາກສາສານຈຳລອງ ໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ (IUU).

TAG
VOV/VOVworld/IUU/ຊາວ​ປະ​ມົງ/ການ​ຫາ​ປາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ