logo

ດ່ານັ້ງ ເປີດສະຫຼອງນຳໃຊ້ເຮືອນຢູ່ຫຼັງທຳອິດໃນ “ບັ້ນ ກວາງຈຸງ”

2025/12/25 | 09:18:11
(VOVWORLD) - ກະຊວງຕຳຫຼວດ ຫວຽດນາມ ໄດ້ໜູນຊ່ວຍເງິນຈຳນວນ 50 ລ້ານດົ່ງໃຫ້ແກ່ເຮືອນແຕ່ລະຫຼັງທີ່ໄດ້ຮັບການກໍ່ສ້າງໃໝ່ ໂດຍກຳລັງຕຳຫຼວດປະຕິບັດການກໍ່ສ້າງໂດຍກົງ.
ທີ່ພິທີເປີດສະຫຼອງນຳໃຊ້ເຮືອນຢູ່ຫຼັງທຳອິດໃນ “ບັ້ນ ກວາງຈຸງ”
(ພາບ: danang.gov.vn)

        ວັນທີ 24 ທັນວາ, ຢູ່ຕາແສງເຂດພູດອຍ ອາເວືອງ, ຕຳຫຼວດນະຄອນ ດ່ານັ້ງ ໄດ້ຈັດພິທີເປີດສະຫຼອງ ແລະ ມອບ - ຮັບເຮືອນຢູ່ຫຼັງທຳອິດໃນ “ບັ້ນ ກວາງຈຸງ” ໃຫ້ແກ່ຄອບຄົວອ້າຍ ອາລັງ ດິກ, ຢູ່ບ້ານ ອາເຕບ. ເຮືອນຫຼັງນີ້ໄດ້ກໍ່ສ້າງແບບຖາວອນ, ຮັບປະກັນຄວາມປອດໄພ, ເໝາະກັບເຂດພູສູງ ແລະ ເງື່ອນໄຂດິນຟ້າອາກາດທີ່ປ່ຽນແປງຮ້າຍແຮງ.

        ກ່າວຄຳເຫັນທີ່ພິທີມອບ - ຮັບ, ທ່ານນາງ ຫງວຽນທິແອັງທີ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ສຳລັບຄອບຄົວຂອງອ້າຍ ອາລັງ ດິກ ເທົ່ານັ້ນ, ຫາກຍັງແມ່ນສິ່ງພິສູດໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ, ກະຊວງຕຳຫຼວດ ແລະ ອຳນາດການປົກຄອງນະຄອນຕໍ່ກັບປະຊາຊົນເຂດທີ່ຖືກຜົນສະທ້ອນຍ້ອນໄພທຳມະຊາດອີກດ້ວຍ.

        ເນື່ອງໃນໂອກາດນີ້, ກະຊວງຕຳຫຼວດ ຫວຽດນາມ ໄດ້ໜູນຊ່ວຍເງິນຈຳນວນ 50 ລ້ານດົ່ງໃຫ້ແກ່ເຮືອນແຕ່ລະຫຼັງທີ່ໄດ້ຮັບການກໍ່ສ້າງໃໝ່ ໂດຍກຳລັງຕຳຫຼວດປະຕິບັດການກໍ່ສ້າງໂດຍກົງ.

TAG
VOV/VOVworld/ເຫດ​ການ​​/​ຄວາມ​ໝາຍ/​ສຳ​ຄັນ/​ພິ​ເສດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ