logo

ຕັດ​ສິນ​ໃຈ​ນຳ​ມະ​ຕິ​ສະ​ບັບ​ເລກ​ທີ 68 ເຂົ້າ​ສູ່​ຊີ​ວິດຕົວ​ຈິງ

2025/9/26 | 11:16:25
(VOVWORLD) -  ຕອນເຊົ້າວັນທີ 26 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ເປັນປະທານກອງປະຊຸມກັບກະຊວງການເງິນ ກ່ຽວກັບໝາກຜົນຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຊີ້ນຳກອງປະຊຸມ (ພາບ: VGP/Thu Sa)

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ມະຕິສະບັບເລກທີ 68 ມີ 2 ເປົ້າໝາຍຈຸດສຸມ, ນັ້ນແມ່ນ: ນຳນ້ຳໃຈເລີ່ມຕົ້ນທຸລະກິດແຜ່ຂະຫຍາຍໃນທົ່ວປະເທດ, ສ້າງຄວາມເຊື່ອໝັ້ນຕໍ່ພັກ ແລະ ລັດ; ຊຸກຍູ້ການພັດທະນາເສດຖະກິດ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີວ່າ ຕ້ອງສືບຕໍ່ມານະພະຍາຍາມຫຼຸດຜ່ອນລະບຽບການ; ແກ້ໄຂສິ່ງກີດຂວາງຕໍ່ວິສາຫະກິດ, ໂດຍສະເພາະແມ່ນຫັນຄອບຄົວດຳເນີນທຸລະກິດ ເປັນວິສາຫະກິດ ເພື່ອບັນລຸເປົ້າໝາຍມີວິສາຫະກິດ 2 ລ້ານແຫ່ງ ໃນປີ 2030. ທ່ານຮອງນາຍົກລັດຖະມົນຕີ ກໍໃສ່ໃຈວ່າ ຕ້ອງສຸມໃສ່ 5 ກຸ່ມໜ້າທີ່: ຖ່າຍທອດເຕັກໂນໂລຢີ, ການສຳຜັດກັບທີ່ດິນ; ທຶນ ແລະ ການສິນເຊື່ອ; ການບໍລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ພ້ອມດຽວກັນນັ້ນ ໜູນຊ່ວຍການຫັນເປັນດີຈີຕອນເພື່ອຍົກສູງກຳລັງແຮງແກ້ງແຍ້ງໃຫ້ແກ່ວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຕັດສິນໃຈນຳມະຕິສະບັບເລກທີ 68 ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ເສີມຂະຫຍາຍບົດບາດເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດເອກະຊົນໃນການພັດທະນາປະເທດຊາດຢ່າງເຕັມສ່ວນ.

TAG
VOV/VOVworld/ແກ້ໄຂສິ່ງກີດຂວາງຕໍ່ວິສາຫະກິດ/ມະ​ຕິ​ສະ​ບັບ​ເລກ​ທີ 68

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ